ຊາອຸດິດອາຣັບບີ ຈະຂຶ້ນພາສີມູນຄ່າເພີ່ມ 3 ເທົ່າ

    ຊາອຸດິດອາຣັບບີ ຈະຢຸດການຈ່າຍເງິນຄ່າຄອງຊີບ ແລະຂຶ້ນພາສີມູນຄ່າເພີ່ມ (VAT) ເປັນ 3 ເທົ່າຕາມມາດຕະການຮັດສາຍແອວຫຼັງຈາກສະຖານະການເງິນຂອງລັດຖືກກະທົບໜັກເພາະລາຄານໍ້າມັນຫຼຸດ ລົງ ແລະເສດຖະກິດຫຼຸດລົງຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດ ເຊື້ອພະຍາດໂຄວິດ-19.

  ຕາມຂ່າວຕ່າງປະເທດລາຍງານວ່າ ສຳລັບການຢຸດຈ່າຍຄ່າຄອງຊີບ ຈະຈັດຕັ້ງປະຕິບັດ ແຕ່ວັນທີ 1 ມິຖຸນາແລະຈະເພີ່ມຂຶ້ນຈາກ 5% ເປັນ 15% ຕັ້ງແຕ່ວັນທີ 1 ກໍລະກົດ. ລັດຖະບານໄດ້ຍົກເລີກ ແລະຢຸດການໃຊ້ຈ່າຍດ້ານການຈັດຕັ້ງປະຕິບັດ ແລະດ້ານທຶນຂອງໜ່ວຍງານບາງແຫ່ງ ຫຼຸດການຈັດສັນງົບປະມານໃຫ້ແກ່ໂຄງການວີໄສທັດ 2030 ແລະໂຄງ ການຂະໜາດໃຫຍ່ຫຼາຍໂຄງການມູນຄ່າ 26,6 ຕື້ໂດລາສະຫະລັດ ຫຼັງ ຈາກຊາອຸດິດອາຣັບບີ ຂາດດຸນງົບປະມານໄຕມາດທຳອິດ 9 ຕື້ໂດລາ, ທຶນສຳຮອງເງິນຕາຕ່າງປະເທດຂອງທະນາຄານກາງເດືອນມີນາຫຼຸດ ລົງຢ່າງຫຼວງຫຼາຍໃນຮອບ 20 ປີຜ່ານມາ ເປັນລະດັບຕໍ່າສຸດໃນຂະນະທີ່ລາຍໄດ້ຈາກນໍ້າມັນຫຼຸດລົງ 24% ຍັງເຫຼືອ 34 ຕື້ໂດລາ ສົ່ງຜົນໃຫ້ລາຍ ໄດ້ຂອງລັດທັງໝົດຫຼຸດລົງ 22%.

  ທ່ານ ໂມຮໍາເໝັດ ອັລຈາດານ ລັດຖະມົນຕີການເງິນຖະແຫຼງວ່າ ມາດຕະການຮັດສາຍແອວເປັນສິ່ງທີ່ເຈັບປວດ ແຕ່ຈຳເປັນເພື່ອຮັກສາສະຖຽນ ລະພາບທາງການເງິນ ແລະເສດຖະກິດໃນໄລຍະກາງເຖິງໄລຍະຍາວ ແລະ ເພື່ອເອົາຊະນະວິດກິດເຊື້ອໂຄວິດ-19.

------

ໜັງສືພິມເສດຖະກິດ-ສັງຄົມ