ໄອເອັມເອຟຕົກລົງຈະໃຫ້ເງິນກູ້ເອຢິບ 2 ຕື້ໂດລາ

  ທ່ານ ໂມຮາໝັດມາອິດລັດຖະມົນວ່າການກະຊວງການ ເງິນຂອງເອຢິບກ່າວໃນວັນທີ 4 ກຸມພາຜ່ານມາວ່າກອງທຶນການເງິນສາກົນ (ໄອເອັມເອຟ)ຕົກລົງ ຈະມອບເງິນກູ້ ຄັ້ງທີ 5 ເປັນມູນຄ່າ 2 ຕື້ໂດລາສະຫະລັດໃຫ້ກັບເອຢິບ.

ຕາມຂ່າວສານຫວຽດນາມລາຍງານວ່າໄອເອັມເອຟຕົກລົງ ຈະຈ່າຍເງິນກູ້ 2 ຕື້ໂດລາໃຫ້ ແກ່ເອຢິບໃນຄັ້ງນີ້ຍ້ອນຜົນມາຈາກການປະຕິຮູບທາງເສດຖະກິດປະ ສົບຜົນສຳເລັດ ແລະ ເອຢິບກຳລັງ ດຳເນີນໂຄງການນີ້ຢ່າງຈິງຈັງ, ທ່ານ ນາງ ຄຣິສ ຕິນ ລາກາດ ຜູ້ ອຳນວຍການໄອເອັມເອຟກ່າວວ່າ ເອຢິບເປັນໜຶ່ງໃນປະເທດທີ່ມີອັດຕາການເຕີບໂຕທາງເສດຖະກິດສູງ ທີ່ສຸດໃນພາກພື້ນ,ອັດຕາການຂາດດຸນງົບປະມານຫຼຸດລົງ, ພາວະເງິນເຟີ້ຢູ່ໃນພາວະຄວບຄຸມໄດ້, ນອກຈາກນີ້ອັດຕາການວ່າງວຽກໃນເອຢິບຫຼຸດລົງເຫຼືອ 10% ຊຶ່ງເປັນລະດັບຕໍ່າສຸດນັບຕັ້ງແຕ່ປີ 2011ແລະມາດຕະການເສີມສ້າງຄວາມ ໝັ້ນຄົງທາງສັງຄົມໄດ້ເປີດກວ້າງຫຼາຍຂຶ້ນ.

ຢ່າງໃດກໍຕາມທັງສອງຝ່າຍໄດ້ລົງນາມເງິນກູ້ໃນເດືອນພະຈິກ ປີ 2016 ທີ່ຜ່ານມາຊຶ່ງການໃຫ້ເງິນກູ້ຄັ້ງນີ້ເອຢິບຈະໄດ້ຮັບເງິນກູ້ຈາກໄອເອັມເອຟລວມເປັນ 10 ຕື້ໂດລາຈາກຄຳໝັ້ນສັນຍາທີ່ຈະໃຫ້ເງິນກູ້ຈຳນວນ 12 ຕື້ໂດລາສະຫະລັດ.