ສັບພະຄຸນຜັກຕົບ ຊ່ວຍແກ້ພິດໃນຮ່າງກາຍ

  ເປັນພືດນໍ້າລົ້ມລຸກມີອາຍຸຫຼາຍຊຶ່ງຄົນມັກນິຍົມນໍາເອົາຍອດອ່ອນ, ໃບອ່ອນ ແລະດອກອ່ອນສາມາດນຳມາລວກກິນກັບແຈ່ວກັບປົ່ນໄດ້ ຫຼືນໍາມາແກງ, ຊຸບກັບຜັກຊະ ນິດອື່ນ (ສະເພາະຜັກຕົບທີ່ຢູ່ໃນສະພາບແວດລ້ອມທີ່ຂ້ອນຂ້າງບໍລິສຸດ), ຊຶ່ງຄຸນຄ່າທາງໂພສະນາການຂອງສ່ວນທີ່ຮັບປະທານໄດ້ຂອງຜັກຕົບ 100 ກຣາມ ຈະປະກອບໄປດ້ວຍພະລັງງານ 30 ແຄລໍລີ, ນໍ້າ 89.8 %, ໂປຼຕີນ 0.5 ກຣາມ,ໄຂມັນ 0.1 ກຣາມ, ຄາໂບໄຮເດຣດ 7.5 ກຣາມ, ໄຍອາຫານ 2.4 ກຣາມ.

   ນອກນັ້ນຕົ້ນຜັກຕົບຍັງມີສັບພະຄຸນເປັນຢາແກ້ພິດໃນຮ່າງກາຍຊ່ວຍຂັບລົມ ແລະໃຊ້ຕຳໂພະໃສ່ແຜແກ້ບາດແຜອັກເສບໄດ້ອີກດ້ວຍ.

--------

ຮຽບຮຽງໂດຍ: ຟ້າ