ຫວຽດນາມເປີດຊັ້ນຮຽນອະນຸບານ-ປະຖົມສຶກສາ

ເຈົ້າໜ້າທີ່ຕາມໂຮງຮຽນອະນຸບານ ແລະປະຖົມສຶກສາໃນ ສສ ຫວຽດນາມຢືນກວດວັດແທກອຸນຫະພູມຮ່າງກາຍເດັກກນ້ອຍນັກຮຽນຢູ່ປະຕູທາງເຂົ້າຫຼັງຈາກທາງການອະນຸຍາດໃຫ້ໂຮງຮຽນເປີດການຮຽນການສອນໃນວັນທີ 11 ພຶດສະພາທີ່ຜ່ານມາຫຼັງຈາກປິດຫຼາຍເດືອນຈາກເຊື້ອໂຄວິດ-19.

 ຕາມຂ່າວຕ່າງປະເທດລາຍຍງານວ່າ ດ້ວຍຈຳນວນຄົນເຈັບຕິດເຊື້ອ ໄວຣັດໂຄວິດສະສົມຢູ່ທີ່ 288 ຄົນ ແແລະບໍ່ມີຜູ້ເສຍຊີວິດ ລວມທັງບໍ່ພົບການຕິດເຊື້ອໃນຊຸມຊົນເປັນເວລາຫຼາຍເດືອນເຮັດໃຫ້ທາງການອະນຸຍາດໃຫ້ເປີດກິດຈະກຳຕ່າງໆກັບມາດຳເນີນການໄດ້ຕາມປົກກະຕິໄວກວ່າປະເທດອື່ນໃນພາກພື້ນ.ນັກຮຽນຊັ້ນປະຖົມກ່າວວ່າຄູບອກໃຫ້ເຮົາໃຊ້ເຈວລ້າງມື ແລະບໍ່ສຳພັດຄົນອື່ນໃນໂຮງຮຽນ, ສ່ວນຜູ້ປົກຄອງລະບຸວ່າບັນດາຜູ້ປົກຄອງເຊື້ອໝັ້ນລັດຖະບານ ແລະໂຮງຮຽນວ່າຈະດຳເນີນມາດຕະການຕ່າງໆໃຫ້ເດັກນ້ອຍປອດໄພຂະນະທີ່ຢູ່ໂຮງຮຽນ ແລະເພື່ອໃຫ້ພໍ່ແມ່ຜູ້ປົກຄອງອຸ່ນໃຈບໍ່ກັງວົນຂະນະທີ່ອອກໄປເຮັດວຽກ, ການເປີດພາກຮຽນນັບເປັນຂັ້ນຕອນຫຼ້າສຸດໃນການຍົກເລີກມາດຕະການປ້ອງກັນຄວບຄຸມການລະບາດຂອງເຊື້ອໄວຣັັດໂດຍໂຮງຮຽນມັດທະຍົມສຶກສາໄດ້ເປີດການຮຽນການສອນໄປແລ້ວໃນອາທິດກ່ອນ.

  ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີຂອງຫວຽດນາມກ່າວ ໃນອາທິດກ່ອນວ່າ ປະຈຸບັນຄວາມສ່ຽງຂອງພະຍາດໂຄວິດ-19 ໃນຫວຽດນາມຢູ່ໃນລະດັບຕໍ່າຖືເປັນເລື່ອງດີແຕ່ເຮົາຍັງຈຳເປັນຕ້ອງລະມັດລະວັງ.

-------

ໜັງພິມເສດຖະກິດ-ສັງຄົມ