ອິນເດຍ ກຽມວາງແຜນຊຸກຍູ້ເສດຖະກິດ

    ຜູ້ນຳ ອິນເດຍ ກຽມວາງແຜນຊຸກຍູ້ເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

  ຕາມຂ່າວຕ່າງປະເທດລາຍງານໃນວັນທີ 13 ພຶດສະພາຜ່ານມາ ວ່າ ທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍໄດ້ຖະແຫຼງ ຜ່ານໂທລະພາບວ່າ ກຽມວາງແຜນຊ່ວຍເຫຼືອດ້ວຍມູນຄ່າຫຼາຍກວ່າ 260 ຕື້ໂດລາສະຫະລັດ ເພື່ອຊຸກຍູ້ເສດຖະກິດອິນເດຍທີ່ໄດ້ຮັບຜົນກະທົບຈາກການປິດເມືອງເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ປະຈຸບັນຜູ້ນຳອິນເດຍຍັງສືບຕໍ່ຂະຫຍາຍເວລາປິດເມືອງທ່ີບັງຄັບໃຊ້ໃນເດືອນມີນາເພີ່ມຂຶ້ນອີກ, ແຕ່ຈະມີການອອກລະບຽບໃໝ່ເພື່ອ ຫຼຸດຜ່ອຄວາມເຂັ້ມງວດໃນລະດັບໜຶ່ງ, ຜູ້ນຳອິນເດຍເປີດເຜີຍວ່າ: ການຊ່ວຍເຫຼືອງວດໃໝ່ນີ້ກວມເອົາ 10% ຂອງລວມຍອດຜະລິດຕະພັນພາຍ ໃນ (ຈີດີພີ) ຂອງອິນເດຍ ໂດຍເນັ້ນໃສ່ຜູ້ວ່າງງານ ແລະທຸລະກິດທີ່ໄດ້ຮັບ ຜົນກະທົບຈາກການປິດເມືອງ ຊຶ່ງລັດຖະບານຈະເປີດເຜີຍລາຍລະອຽດ ກ່ຽວກັບລະບຽບໃໝ່ ລວມເຖິງການຊ່ວຍເຫຼືອ ດັ່ງກ່າວ, ນອກຈາກນັ້ນ, ທ່ານ ນະເຣນທຣາ ໂມດີ ພວມພະຍາຍາມຫຼຸດຜ່ອນກະແສຄວາມຮຽກຮ້ອງຂອງປະຊາຊົນເນື່ອງຈາກເສດຖະກິດຊຸດໂຊມຈາກການປິດເມືອງ ເປັນເວລານານ.

 ຢ່າງໃດກໍຕາມຫຼາຍຝ່າຍຍັງມີຄວາມກັງວົນວ່າການຫຼຸດຜ່ອນກົດລະບຽບຈະເຮັດໃຫ້ການແຜ່ລະບາດຂອງເຊື້ອພະຍາດເພີ່ມຂຶ້ນ, ຫຼ້າສຸດອິນ ເດຍມີຜູ້ຕິດເຊື້ອຫຼາຍກວ່າ 70 ພັນຄົນ.

______

ໜັງສືພິມເສດຖະກິດ-ສັງຄົມ