ຟິລິບປິນກຽມແຜນເພີ່ມນໍາເຂົ້າເຂົ້າຕື່ມອີກ 3 ແສນໂຕນ

 ຟິລິບປິນກຽມແຜນເພີ່ມນໍາເຂົ້າເຂົ້າຕື່ມອີກ 3 ແສນໂຕນ ສຳຮອງ ໄວ້ໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ຍັງບໍ່ຮູ້ວ່າ: ຈະແກ່ຍາວເວລາດົນປານໃດ ພ້ອມທັງໄລຍະລະດູເກັບກ່ຽວເຂົ້າມັກໄດ້ ຜົນຜະລິດອອກມາຕໍ່າ.

 ຕາມຂ່າວຕ່າງປະເທດລາຍງານວ່າ ລັດຖະມົນຕີກະຊວງກະສິກຳຂອງ ຟິລິບປິນເປີດເຜີຍໃນວັນທີ 12 ພຶດສະພາທີ່ຜ່ານມາວ່າ ຟິລິບປິນມີແຜນ ຈະນໍາເຂົ້າເຂົ້າເພີ່ມຕື່ມອີກ 3 ແສນໂຕນ ກ່ອນໄຕມາດ 3 ຂອງປີ 2020 ເພື່ອສຳຮອງໄວ້ສຳລັບບໍລິໂພກພາຍໃນປະເທດໃນໄລຍະທີ່ຍັງປະເຊີນກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍການນໍາເຂົ້າເຂົ້າ ດັ່ງກ່າວຈະເປັນການເຮັດສັນຍາຊື້ຂາຍແບບລັດຖະບານຕໍ່ລັດຖະບານ ຊຶ່ງຈະເຮັດໃຫ້ຟິລິບປິນນໍາເຂົ້າເຂົ້າຈາກຕ່າງປະເທດໃນປີ 2020 ໃນປະ ລິມານທີ່ສູງເຖິງ 3 ລ້ານໂຕນ ຊຶ່ງຫຼາຍກວ່າປີ 2019 ທີ່ມີການ ນໍາເຂົ້າ ລວມປະມານ 2,9 ລ້ານໂຕນ, ທັງນີ້ ລັດຖະບານຟິລິບປິນສະແດງຄວາມປະສົງໃນການຊື້ເຂົ້າດັ່ງກ່າວໄປຍັັງປະເທດຜູ້ສົ່ງອອກເຂົ້າລາຍໃຫຍ່ໃນອາຊີທັງມຽນມາ, ສສ ຫວຽດນາມ, ໄທ, ອິນເດຍ ແລະກຳປູເຈຍແລ້ວ ໂດຍຕ້ອງການໃຫ້ສົ່ງມອບກ່ອນໄຕມາດ 3 ຂອງປີນີ້ ຊຶ່ງຈະກົງກັບລະດູເກັບກ່ຽວເຂົ້າຂອງຟິລິບປິນທີ່ມັກໄດ້ຜົນຜະລິດອອກມາຕໍ່າ.

 ຢ່າງໃດກໍຕາມ ຫຼ້າສຸດເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຟິລິບປິນຢ້ານວ່າ ເຂົ້າຈະບໍ່ພຽງພໍບໍລິໂພກພາຍໃນປະເທດ ຈຶ່ງຈະຂໍນໍາເຂົ້າແບບລັດຕໍ່ລັດເປັນກໍລະນີພິເສດ.

---------

ໜັງສືພິມເສດຖະກິດ-ສັງຄົມ