ອິນໂດເນເຊຍ ຕັ້ງຕູ້ເອທີເອັມແຈກເຂົ້າສານໃຫ້ປະຊາຊົນ

 ລັດຖະບານອິນໂດເນເຊຍຈັດຕັ້ງຕູ້ເອທີເອັມແຈກເຂົ້າສານໃຫ້ກັບປະຊາຊົນທີ່ໄດ້ຮັບຄວາມເດືອດຮ້ອນຈາກມາດຕະການປິດເມືອງ ເພື່ອຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

 ຕາມຂ່າວຕ່າງປະເທດລາຍງານເມື່ອອບໍ່ດົນມານີ້ວ່າ, ອິນໂດເນເຊຍຈັດໂຄງການຕູ້ເອທີເອັມແຈກເຂົ້າສານອັດຕະໂນມັດແບບບໍ່ເສຍຄ່າ 10 ແຫ່ງ ໃນນະຄອນຫຼວງຈາກາຕາ ແລະພື້ນທີ່ໃກ້ຄຽງເພື່ອຊ່ວຍຫຼຸດຄ່າຄອງຊີບໃຫ້ແກ່ປະຊາຊົນທ່າມກາງວິກິດການເຊື້ອພະຍາດໂຄວິດ-19 ແຜ່ລະບາດ, ສຳລັບກົນໄກການເຮັດວຽກຂອງຕູ້ເອທີເອັມເຂົ້າຂອງອິນໂດເນເຊຍໄດ້ຮັບຂໍ້ມູນຜ່ານບັດທີ່ມີແຖບແມ່ເຫຼັກຄ້າຍຄືກັບບັດເອທີເອັມຖອນເງິນສົດທົ່ວໄປແຕ່ສິ່ງທີ່ອອກມາແທນເງິນສົດຄືເຂົ້າສານ.

ໂດຍການແຈກຢາຍເຂົ້າມີຈຳນວນ 1,5 ກິໂລກຣາມຕໍ່ຄົນຕໍ່ວັນ ຊຶ່ງມີຄວາມສອດຄ່ອງກັບປະລິມານເຂົ້າສານທີ່ຕູ້ແຕ່ລະແຫ່ງບັນຈຸໄວ້ສູງສຸດ 1,5 ໂຕນຕໍ່ວັນ ເທົ່າກັບວ່າສາມາດມອບໃຫ້ແກ່ປະຊາຊົນໄດ້ວັນລະ 1.000 ຄົນ.

---------

ໜັງສືພິມເສດຸະກິດ-ສັງຄົມ