ມາເບິ່ງບ້ານສວນ 32 ເຮັກຕາ ຂອງນາງແບບສຸດໂດ່ງດັງ ຈີຈີ້ ຮາດິດ

 ເຖິງແມ່ນວ່າວຽກຖ່າຍແຟ ຊັນ ແລະເດີນແບບຈາກຊູເປີໂມ ເດລໄປທ່ຽວຮອບໂລກໄດ້ຢ່າງ ສະບາຍແຕ່ສຳລັບ ຈີຈີ້ ຮາດິດ ຍັງ ມີຄວາມສຸກກັບການໃຊ້ຊີວິດຢູ່ ເຮືອນຫຼາຍກວ່າ ໂດຍສະເພາະໃນ ໄລຍະກັກຕົວຈາກພະຍາດໂຄວິດ-19 ໄດ້ເຮັດໃຫ້ລາວຕ້ອງໄດ້ຢຸດ ພັກວຽກມາໃຊ້ເວລາກັບຄອບຄົວ ຫຼາຍຂຶ້ນນາງແບບສຸດໂດ່ງດັງອາ ຍຸ 25 ປີ.

 ບ້ານສວນແຫ່ງນີ້ເໝາະສໍາລັບ ອາໄສໃນໄລຍະກັກຕົວຫຼາຍ ໂດຍ ມີເນື້ອທີ່ຫຼາຍກວ່າ 80 ໄຣ່ ຫຼື ປະ ມານ 32 ເຮັກຕາ ມີຄອກມ້າ, ສວນຕົ້ນໄມ້ໃຫຍ່ ແລະສວນພຶດ ສາສາດທີ່ໂຍລັນດາຕັ້ງໃຈປູກເພື່ອເປັນຕົວແບບພັດທະນາການຜະລິດ ຂອງຕົນເອງ ແລະເໝາະສຳລັບ ຈີຈີ້ ຜູ້ທີ່ຫາກໍປະກາດວ່າລາວກັບແຟນຂອງລາວກຳລັງຈະໄດ້ພົບ ໜ້າລູກສາວເດືອນກັນຍານີ້ ຊຶ່ງບ້ານສວນແຫ່ງນີ້ຍັງພາຍ້ອນຍຸກ ໄປຍັງສັດຕະວັດທີ 18 ມີຫ້ອງ ວາງໜັງສືຕິດຜາເຮືອນເທີງໂຊພາສີນໍ້າເງິນເທີງໂຕະກາເຟວາງໂຖດອກໄມ້ເພີ່ມຄວາມມີຊີວິດຊີວາ.

--------

ຮຽບຮຽງໂດຍ: ແກ້ວ