ດອກອັນຊັນປະສົມເຫຼົ້າຂາວ ຊ່ວຍຜົມດົກດຳເງົາງາມ

 ຜົມຫຼົ່ນ ຫຼື ຜົມບາງ ເກີດຂຶ້ນກັບທຸກຄົນບໍ່ສະເພາະແຕ່ຜູ້ສູງອາຍຸເທົ່ານັ້ນບັນຫາຜົມຫຼົ່ນ ຫຼື ຜົມບາງເປັນເລື່ອງທີ່ຫຼາຍໆຄົນກັງວົນໃຈ ແລະຂາດຄວາມໝັ້ນໃຈໃນບຸກຄະລິກກະພາບຂອງຕົນເອງ ຫາກໃຜມີບັນຫານີ້ບໍ່ຕ້ອງກັງວົນອີກຕໍ່ໄປເພາະມື້ນີ້ພວກເຮົາຈະມາແນະນຳສູດປູກຜົມດ້ວຍສະໝຸນໄພຈາກທໍາມະຊາດມາຝາກກັນ, ສຳລັບທ່ານ ໃດທີ່ມີບັນຫາຜົມຫຼົ່ນ ຫຼື ຜົມບາງລອງນຳໄປລອງໃຊ້ ເບິ່ງເພື່ອອາດຈະເຮັດໃຫ້ບັນຫາທີ່ທ່ານກັງວົນໃຈ ນັ້ນໝົດໄປ.

ວິທີເຮັດ:ນໍາດອກອັນຊັນ 10 ດອກ ລ້າງໃຫ້ ສະອາດແລ້ວນໍາໄປແຊ່ໃນເຫຼົ້າຂາວເລັກນ້ອຍ ໂດຍ ແຊ່ປະໄວ້ປະມານ 1 ຊົ່ວໂມງ, ຈາກນັ້ນ, ເອົາມືຫຍຸມ ດອກອັນຊັນທີ່ປະສົມກັບເຫຼົ້າຂາວໃຫ້ລະອຽດແລ້ວ ນຳມາກອງເອົາແຕ່ນໍ້ານຳໄປທາໃຫ້ທົ່ວບໍລິເວນຜົມ ໝັກໄວ້ປະມານ 5 ຊົ່ວໂມງ ຫຼື ອາດດົນກວ່ານັ້ນກໍ່ໄດ້ ແລ້ວຈຶ່ງລ້າງອອກດ້ວຍນໍ້າສະອາດ.

-------

ຮຽບຮຽງໂດຍ: ຟ້າ