ຈີນ ຍົກເວັ້ນພາສີສິນຄ້ານໍາເຂົ້າຈາກອາເມລິກາ 79 ລາຍການ

 ສປ ຈີນ ຜ່ອນຄາຍສົງຄາມ ການຄ້າປະກາດຍົກເວັ້ນພາສີສິນ ຄ້ານໍາເຂົ້າຈາກອາເມລິກາຈຳ ນວນ 79 ລາຍການ ເປັນເວລາ 1 ປີເລີ່ມຕັ້ງແຕ່ວັນທີ 19 ພຶດສະພານີ້ເປັນຕົ້ນໄປ;

 ຕາມຂ່າວຕ່າງປະເທດລາຍ ງານວ່າກະຊວງການຄ້າຈີນເປີດ ເຜີຍບັນຊີລາຍຊື່ສິນຄ້າຍົກເວັ້ນພາ ສີເປັນໄລຍະເວລາ 1 ປີຈາກອາເມ ລິກາຊຸດທີ 2 ໂດຍມີຜົນບັງຄັບໃຊ້ ຈຳນວນ 79 ລາຍການ ເປັນຕົ້ນ: ແຮ່ທາດທີ່ຫາຍາກ, ອຸປະກອນ ຣາດາເຮືອບິນ, ຊີ້ນສ່ວນຊິມິຄອນ ດັກເຕີ (semiconductor), ຢາ ຂ້າເຊື້ອພະຍາດ, ໂລຫະທີ່ມີຄ່າ, ຜະລິດຕະພັນເຄມີ, ຜະລິດ ຕະພັນ ປີໂຕຣເຄມີຊຶ່ງຜູ້ນຳເຂົ້າຈາກຈີນ ຈະຕ້ອງຍື່ນໃບຄຳຮ້ອງຕໍ່ສຳນັກ ງານພາສີ ພາຍໃນ 6 ເດືອນເພື່ອ ຂໍໃຫ້ພິຈາລະນາຍົກເວັ້ນພາສີນັບ ແຕ່ວັນທີ 19 ພຶດສະພາ ແລະຈະສິ້ນສຸດໃນວັນທີ 18 ພຶດສະພາປີ 2021 ກ່ອນໜ້ານີ້ຈີນປະກາດບັນ ຊີລາຍຊື່ສິນຄ້າທີ່ໄດ້ຮັບການຍົກ ເວັ້ນພາສີຈາກອາເມລິກາໄລຍະທຳອິດໄປແລ້ວເມື່ອເດືອນກັນຍາປີ ກ່ອນຊຶ່ງມີສິນຄ້າກະສິກຳລວມມີ ຖົ່ວເຫຼືອງ ແລະຊີ້ນໝູເປັນຕົ້ນ.

 ນອກຈາກນີ້ ຈີນຍັງຕົກລົງທີ່ຈະເພີ່ມຄຳສັ່ງຊື້ສິນຄ້າ ແລະບໍລິ ການຈາກອາເມລິກາໃນໄລຍະ 2 ປີຕໍ່ໜ້າຄິດເປັນມູນຄ່າ 2 ຮ້ອຍ ຕື້ໂດລາສະຫະລັດ ຊຶ່່ງລວມເຖິງສິນຄ້າກະສິກຳລວມມູນຄ່າ 32 ຕື້ໂດລາ.

-----

ໜັງສືພິມເສດຖະກິດ-ສັງຄົມ