ກຳປູເຈຍ ອະນຸຍາດສົ່ງອອກເຂົ້າ

  ທາງການກຳປູເຈຍອະນຸ ຍາດໃຫ້ບໍລິສັດຕ່າງໆສົ່ງອອກເຂົ້າ ຂາວໄດ້ອີກຄັ້ງໃນອາທິດນີ້ ຫຼັງ ຈາກຫ້າມສົ່ງອອກເຂົ້າດົນກວ່າ 1 ເດືອນ ເພື່ອຮັບປະກັນຄວາມໝັ້ນ ຄົງທາງດ້ານອາຫານຂອງປະເທດ ໃນໄລຍະການລະບາດຂອງເຊື້ອພະຍາດໂຄວິດ-19.

 ຕາມຂ່າວຊິນຮວາລາຍງານ ວ່າການຟື້ນຟູສົ່ງອອກເຂົ້າເກີດ ຂຶ້ນຕາມຄຳຮ້ອງຂອງສະຫະພັນ ເຂົ້າກຳປູເຈຍ ແລະຫຼັງຈາກກຳປູ ເຈຍບໍ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ເປັນເວລາ 1 ເດືອນ, ຊຶ່ງ ລັດຖະມົນຕີກະຊວງເສດຖະກິດ ແລະການເງີນກຳປູເຈຍກ່າວວ່າ ລັດຖະບານກຳປູເຈຍຕັດສິນໃຈອະນຸຍາດໃຫ້ສົ່ງອອກເຂົ້າໄດ້ຕາມ ປົກກະຕິຕາມຄຳສັັ່ງຊື້ຈາກຕ່າງ ປະເທດ, ໂດຍກຳປູເຈຍສົ່ງອອກ ເຂົ້າໄປແລ້ວທັງໝົດ 300.252 ໂຕນ ໃນໄລຍະ 4 ເດືອນຕົ້ນປີນີ້ ເພີ່ມຂຶ້ນ 40,5% ເມື່ອທຽບກັບໄລ ຍະເວລາດຽວກັນຂອງປີທີ່ຜ່ານ ມາ, ໃນຄໍາຖະແຫຼງອີກສະບັບໜຶ່ງ ຂອງສະມາຄົມຜູ້ຜະລິດເສື້ອຜ້າສຳເລັດຮູບໃນກຳປູເຈຍກ່າວວ່າ ລັດຖະບານໄດ້ສະໜັບສະໜູນໃຫ້ ໂຮງງານຕ່າງໆຜະລິດຜ້າປິດປາກ ແລະອຸປະກອນປ້ອງກັນສ່ວນບຸກ ຄົນເພື່ອຕອບສະໜອງຄວາມຕ້ອງ ການໃນປະເທດ ແລະເພື່ອສົ່ງອອກ.

ຈົນເຖິງປະຈຸບັນ ກຳປູເຈຍມີ ຄົນເຈັບຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ທີ່ 122 ຄົນ ຂະນະທີ່ຄົນເຈັບ ທີ່ປິິ່ນປົວຫາຍດີແລ້ວມີທັງໝົດ 121 ຄົນ.

--------

ໜັງສືພິມເສຖະກິດ-ສັງຄົມ