ອີຢູ-ອັງກິດ ເລີ່ມເຈລະຈາຂໍ້ຕົກລົງການຄ້າ

  ທ່ານ ມິເຊລ ບານິເຢ ຫົວໜ້າທີມເຈລະຈາການຄ້າຂອງສະຫະພາບເອີຣົບ (ອີຢູ) ລະບຸໃນເມື່ອ ບໍ່ດົນມານີ້ວ່າ ອີຢູ ແລະອັງກິດ ໄດ້ ເລີ່ມຕົ້ນເຈລະຈາຂໍ້ຕົກລົງທາງ ການຄ້າຫຼັງເບຣັກຊິດກັນເປັນເທື່ອທີ່ 3 ແລ້ວ.

  ຕາມຂ່າວຕ່າງປະເທດລາຍ ງານວ່າ ການເຈລະຈາດັ່ງກ່າວ ເລີ່ມຕົ້ນດ້ວຍການເຈລະຈາຜ່ານ ວີດີໂອຄໍ ລະຫວ່າງ ທ່ານ ບານິເຢ ແລະທ່ານ ເດວິດ ຟຣອດ ຕົວແທນ ການເຈລະຈາການ ຄ້າຂອງອັງກິດ ກ່ອນຈະມີການເຈລະຈາໃນລະດັບ ເຈົ້າໜ້າທີ່ຜ່ານວີດີໂອຄໍໃນທ້າຍ ອາທິດທີ່ຜ່ານມາ ໂດຍທ່ານ ບານິ ເຢ ລະບຸວ່າ ການເຈລະຈາຈະມີ ຂຶ້ນໃນທຸກໆພາກສ່ວນລວມເຖິງ ມາດຕະການການແຂ່ງຂັນທີ່ເປັນ ທຳ.

 ທັງນີ້ອັງກິດແຍກຕົວອອກ ຈາກສະຫະພາບເອີຣົບຢ່າງເປັນ ທາງການໃນວັນທີ 31 ມັງກອນ ທີ່ຜ່ານມາ ໂດຍທັງສອງຝ່າຍມີເວລາເຖິງທ້າຍປີນີ້ ໃນການເຈລະຈາ ຂໍ້ຕົກລົງກ່ຽວກັບຄວາມສຳພັນລະຫວ່າງກັນໃຫ້ສຳເລັດຍົກເວັ້ນແຕ່ຈະມີການຂະຫຍາຍເວລາອອກໄປ ໂດຍການເຈລະຈາດັ່ງກ່າວມີຂຶ້ນ ຫຼັງການເຈລະຈາ 2 ຄັ້ງທຳອິດ ໃນເດືອນມີນາ ແລະເມສາ ຊຶ່ງບໍ່ມີ ຄວາມຄືບໜ້າປານໃດ.

--------

ໜັງສືພິມເສດຖະກິດ-ສັງຄຄົມ