ໄອເອັມເອຟ ຄາດວ່າ ເສດຖະກິດຫວຽດນາມເຕີບໂຕຫຼຸດລົງ

  ກອງທຶນການເງິນສາກົນ (ໄອເອັມເອຟ) ລະບຸວ່າ ການເຕີບໂຕທາງ ເສດຖະກິດຂອງ ສສ ຫວຽດນາມ ຄາດວ່າຈະລໍຕົວລົງຢູ່ທີ່ 2,7% ໃນປີນີ້ ເນື່ອງຈາກການແຜ່ລະບາດຂອງເຊື້ອໂຄວິດ-19 ແຕ່ຈະເພີ່ມຂຶ້ນຢູ່ທີ່ 7% ໃນປີໜ້າ.

 ຕາມຂ່າວຕ່າງປະເທດລາຍງານວ່າ ມາດຕະການທີ່ເຂັ້ມງວດຂອງ ຫວຽດນາມໃນການຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ-19 ພາ ວະເສດຖະກິດໂລກລໍຕົວ ແລະຄວາມຕ້ອງການພາຍໃນປະເທດຫຼຸດລົງ ເຮັດໃຫ້ການເຕີບໂຕທາງເສດຖະກິດຂອງຫວຽດນາມລໍຕົວລົງໃນປີນີ້ ຈາກອັດຕາການເຕີບໂຕສະເລ່ຍປະມານ 7% ໃນປີ 2018 ແລະ 2019 ທີຜ່ານມາ ຜູ້ແທນໄອເອັມເອຟປະຈໍາຫວຽດນາມລະບຸວ່າ ບາງພາກສ່ວນ ຄາດວ່າຈະໄດ້ຮັບຜົນກະທົົບຢ່າງຮຸນແຮງ ໂດຍສະເພາະແມ່ນອຸດສາ ຫະກຳທ່ອງທ່ຽວ, ການຂົນສົ່ງ ແລະບ້ານພັກ.

  ຢ່າງໃດກໍຕາມ ອັດຕາການເຕີບໂຕທາງເສດຖະກິດຂອງຫວຽດນາມຄາດວ່າ ຈະຟື້ນຕົົວຂຶ້ນຢູ່ທີ່ 7% ໃນປີ 2021 ເມື່ອມາດຕະການຄວບຄຸມການລະບາດຖືກຍົກເລີກ ແລະໄດ້ຮັບແຮງຊຸກຍູ້ຈາກມາດຕະການຜ່ອນ ຄາຍທາງການເງິນ ແລະງົບປະມານລັດ ລວມທັງພື້ນຖານທາງເສດຖະກິດມະຫາພາກທີ່ເຂັ້ມແແຂງຂອງຫວຽດນາມ ແລະການຟື້ນຕົວແບບຄ່ອຍ ເປັນຄ່ອຍໄປຂອງຄວາມຕ້ອງການພາຍນອກ.

----------

ໜັງສືພິມເສດຖະກິດ-ສັງຄົມ