ຮູບເງົາເລື່ອງເຟຣນຕອນພິເສດ ຈະເລີ່ມຖ່າຍທຳທ້ັາຍປີນີ້

 ແຟນໆຮູບເງົາທີ່ລໍຖ້າຊົມ ເຟຣນຕອນພິເສດທາງຊ່ອງ HBOMax ທີ່ກຳນົດເປີດໃຫ້ບໍລິການ ໃນວັນທີ 27 ພຶດສະພານີ້ ອາດຈະຕ້ອງລໍຖ້າໄປຈົນເຖິງທ້າຍປີນີ້ຈົນກວ່ານັກສະແດງຕົ້ນຕໍທັງ 6 ຄົນຂອງຮູບເງົາດັງໃນອະດີດເລື່ອງນີ້ຈະກັບມາລວມຕົວກັນຖ່າຍທຳແບບເຫັນໜ້າບໍ່ແແມ່ນຖ່າຍທໍາ ແບບຢູ່ຄົນລະບ່ອນຕາມເຮືອນ ຂອງຕົນເອງໃນໄລຍະກັກຕົວ.

  HBO Max ເປີດເຜີຍວ່າມັນ ໜ້າຈະຄຸ້ມຄ່າແກ່ການລໍຄອຍຂອງ ແຟນໆຮູບເງົາທີ່ຈະໄດ້ຮູຮັບຊົມ ຕອນພິເສດຂອງຮູບເງົາເລື່ອງ ເຟຣນ ຖ່າຍທຳແບບວິທີເດີມຄືນັກສະແດງຕ້ອງເດີນທາງມາເຂົ້າກ້ອງກັນທີ່ກອງຖ່າຍທຳດີກວ່າທີ່ຈະຖ່າຍທຳແບບທາງໄກທີ່ນັກສະແດງຕ່າງສະແດງຢູ່ເຮືອນຂອງຕົນເອງໃນໄລຍະກັກຕົວ, ເຮົາຈະຕ້ອງລໍຖ້າໄປກ່ອນຈົນກວ່າຈະສາມາດຖ່າຍທຳຕອນພິເສດໃນທ້າຍ ປີນີ້ເຮົາຄິດວ່ານີ້ຈະເປັນປະສົບການຄຸ້ມຄ່າສຳລັບຜູ້ຊົມທີ່ຈະໄດ້ ຊົມການກັບມາລວມຕົວກັນອີກ ເທື່ອໜຶ່ງຂອງເພື່ອນໆນັກສະແດງ ທີ່ດີເດັ່ນ, ທັງນີ້ການກັບມາລວມຕົວກັນຂອງ 6 ນັກສະແດງຈາກ ຮູບເງົາເຟຣນປະກອບມີ: ເຈນນີ ເຟີອະນິສຕັນ, ລິຊາ ດູໂດ, ຄອດ ນີຄອກ, ແມດ ເລີບໍລັງ, ເດວິດ ຊະວິມເມີ ແລະແມດທີວເພີຣີ.

-------

ຮຽບຮຽງໂດຍ: ແກ້ວ