ປະໂຫຍດ ຈາກການກິນເນີຍ

 ເນີຍເປັນອາຫານທີ່ມີຄຸນຄ່າ ທາງໂພຊະນາການຈຳນວນຫຼາຍ ຊຶ່ງຈັດໃຫ້ເປັນອາຫານທີ່ສາມາດຊ່ວຍເສີມສ້າງກ້າມຊີ້ນເນື່ອງຈາກ ວ່າໃນເນີຍຖົ່ວເປັນແຫຼ່ງໂປຣຕີນ ຊັ້ນດີ ແລະມີໄຂມັນອີ່ມຕົວທີ່ຊ່ວຍ ໃຫ້ສຸຂະພາບຂອງຫົວໃຈແຂງແຮງ ພ້ອມທັງຊ່ວຍເພີ່ມພະລັງງານ, ນອກຈາກນັ້ນ, ກໍ່ຍັງມີໂພແທສ ຊ້ຽມທີ່ສາມາດຕໍ່ຕ້ານອັນຕະລາຍ ຈາກໂຊດ້ຽມ, ມີໄຟເບີ້ທີ່ຊ່ວຍເສີມ ສ້າງການເຮັດວຽກຂອງລະບົບ ໃນຮ່າງກາຍໄດ້ເປັນຢ່າງດີ, ມີ ແມັກນີຊ້ຽມ ແລະມີສານຕ້ານອະນຸມູນອິດສະຫຼະຈາກວິຕາມິນ E ດ້ວຍ.

 ເນີຍຖົ່ວສາມາດໃຫ້ຄຸນປະໂຫຍດຕໍ່ສຸຂະພາບຫຼາຍຢ່າງກໍ່ຕາມ ແຕ່ບໍ່ໄດ້ໝາຍຄວາມວ່າຈະກິນເນີຍ ໃນປະລິມານຫຼາຍໆໄດ້ທຸກມື້ຊຶ່ງຄວນກິນໃນປະລິມານທີ່ເໝາະສົມ ແລະສະຫຼັບສັບປ່ຽນກັບອາຫານປະເພດອື່ນດ້ວຍ, ຄວນກິນ 2 ບ່ວງແກງຕໍ່ມື້ຖ້າຫຼາຍກວ່ານັ້ນອາດຈະເຮັດໃຫ້ນໍ້າໜັກຂຶ້ນງ່າຍ ແລະອາດຈະສົ່ງຜົນຕໍ່ສຸຂະພາບຕາມມາ.

-------

ຮຽບຮຽງໂດຍ: ຟ້າ