ໜ່ວຍພັກໄອຍະການປະຊາຊົນແຂວງເຊກອງ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ III

 ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ IIIໜ່ວຍພັກອົງການໄອຍະການປະຊາຊົນແຂວງເຊກອງໄດ້ສໍາເລັດລົງໃນວັນທີ 13 ພຶດສະພາ 2020ພາຍໃຕ້ການເປັນປະທານຂອງສະຫາຍ ປອ. ສົມນິດ ສີລິບຸນລ້ຽງກໍາມະການພັກແຂວງ, ເລຂາໜ່ວຍພັກ,ຫົວໜ້າອົງການໄອຍະການປະຊາຊົນແຂວງເຊກອງ ແລະເຂົ້າຮ່ວມມີສະຫາຍນາງ ຈັນຫອມ ມະຫາໄຊ ກຳມະການປະຈໍາພັກແຂວງປະທານກວດກາພັກແຂວງ,ສະຫາຍ ຄໍາພາ ໄຊຍະແສງ ຮອງຫົວໜ້າຄະນະຈັດຕັ້ງແຂວງ,ມີແຂກຖືກເຊີນພ້ອມສະມາ ຊິກພັກເຂົ້າຮ່ວມ.

  ໃນກອງປະຊຸມ, ສະຫາຍ ປອ. ສົມນິດ ສີລິບຸນລ້ຽງ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງທັງສອງພາກຂອງໜ່ວຍພັກໂດຍຍົກໃຫ້ເຫັນເຖິງຜົນງານການຊີ້ນໍາໆພາຂອງຄະນະໜ່ວຍພັກໃນຕະຫຼອດໄລຍະ 5 ປີຜ່ານມາໃນດ້ານການເມືອງນໍາພາແນວຄິດ, ວຽກງານການຈັດຕັ້ງ ແລະປັບປຸງກໍ່ສ້າງພັກດ້ານແບບແຜນວິທີນໍາພາວຽກ ງານພັກມີຜົນສໍາເລັດຕາມລະດັບຄາດໝາຍ.

ສ່ວນການນໍາພາການຈັດຕັ້ງປະຕິບັດວຽກງານວິຊາສະເພາະສະຫາຍເລຂາໜ່ວຍພັກອົງການໄອຍະການປະຊາຊົນແຂວງເຊກອງໄດ້ກ່າວວ່າ: ນັບແຕ່ປີ 2015-2019 ອົງການໄອຍະການປະຊາຊົນແຂວງໄດ້ພິຈາລະນາແກ້ໄຂຄໍາຮ້ອງຟ້ອງທັງໝົດ 80 ສະບັບ, ໃນນີ້ແກ້ໄຂສໍາເລັດ 100%; ໄດ້ຮັບສໍານວນຄະດີອາຍາຂັ້ນຕົ້ນ 426 ເລື່ອງ, ແກ້ໄຂສໍາເລັດ 425 ເລື່ອງ, ຖະແຫຼງສົ່ງໃຫ້ສານຕັດສິນ 157 ເລື່ອງ; ຄະດີອາຍາຂັ້ນອຸທອນ 2 ເລື່ອງ, ຖະແຫຼງສົ່ງໃຫ້ສານຕັດສິນ 2 ເລື່ອງ; ໄດ້ຮັບສໍານວນຄະດີແພ່ງຂັ້ນຕົ້ນ 9 ເລື່ອງ ແລະໄດ້ຮັບສໍານວນຄະດີແພ່ງຂັ້ນອຸທອນ 5 ເລື່ອງ, ຖະແຫຼງສົ່ງສານຕັດສິນ 5 ເລື່ອງ; ນອກນັ້ນຄະນະໜ່ວຍພັກຍັງໄດ້ເອົາໃຈໃສ່ຊີ້ນໍາໆພາວຽກງານກວດກາພາຍໃນພັກ,ວຽກງານອົງການຈັດຕັ້ງມະຫາຊົນ,ວຽກງານປ້ອງກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍພາຍໃນພັກ ແລະວຽກ ງານການຕ່າງປະເທດຂອງພັກໄດ້ເປັນຢ່າງດີ.

  ຫຼັງຈາກນັ້ນກໍໄດ້ຜ່ານມະຕິ, ທິດທາງແຜນການ ແລະດໍາເນີນການປ່ອນບັດເລືອກຕັ້ງໂດຍສະມາຊິກພັກສົມບູນມີສິດລົງຄະແນນສຽງຕົວຈິງ 20 ສະຫາຍ, ຜົນການເລືອກຕັ້ງ ແລະກອງປະຊຸມຄັ້ງປະຖົມມະລຶກເລືອກເອົາສະຫາຍ ປອ.ສົມນິດ ສີລິບຸນລ້ຽງ ເປັນເລຂາໜ່ວຍພັກ, ສະຫາຍ ອິນປອນ ວັນນິວົງຄໍາ ເປັນຮອງເລຂາ ແລະສະຫາຍ ສໍລະເສີນສັກ ຟອງສານຸວົງ ເປັນປະທານກວດກາໜ່ວຍພັກຮາກຖານອົງການໄອຍະການປະຊາຊົນແຂວງເຊກອງຊຸດທີ III ເພື່ອສືບຕໍ່ຊີ້ນໍາໆພາໜ່ວຍພັກປະ ຕິບັດແຜນການ 5 ປີນັບແຕ່ (2020-2024) ໃຫ້ ມີຜົນສໍາເລັດຕາມຄາດໝາຍວາງໄວ້.