ຄະນະພັກຮາກຖານພະແນກ ຖວທ ແຂວງເຊື່ອມຊຶມເອກະສານກະກຽມດໍາເນີນກອງປະຊຸມໃຫຍ່

  ໃນວັນທີ 11 ພຶດສະພາ 2020 ນີ້ຢູ່ທີ່ຫ້ອງປະຊຸມພະແນກ ຖວທ ຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງໄຊຍະບູລີ ໄດ້ຈັດຕັ້ງເຊື່ອມຊຶມເອກະສານສໍາຄັນຕ່າງໆ ເພື່ອກະກຽມໃຫ້ແກ່ກອງປະຊຸມໜ່ວຍພັກກໍຄືກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານພະແນກ ຖວທ. ໂດຍໃຫ້ ກຽດເຂົ້າຮ່ວມເຜີຍແຜ່ຂອງສະຫາຍ ນາງ ແພງຈັນ ແກ້ວມະນີວົງ ກໍາມະການພັກແຂວງຫົວໜ້າພະແນກ ຮສສ ແຂວງ,ສະຫາຍນາງ ບົວຈັນ ພັນທະວົງ ຫົວໜ້າພະ ແນກ ຖວທ ແຂວງ, ມີໜ່ວຍປະຕິບັດງານຂອງແຂວງ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກພ້ອມດ້ວຍສະມາຊິກພັກ-ລັດຖະກອນເຂົ້າຮ່ວມ.

 ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ຄໍາສັ່ງແນະນໍາຂອງເລຂາທິການສູນກາງພັກສະບັບເລກທີ 04/ຄລສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນຫຼວງ ແລະ ຮາກຖານພັກໃນຂອບເຂດທົ່ວປະ ເທດ, ເອກະສານຄໍາສັ່ງແນະນໍາຂອງກົມການເມືອງສູນກາງພັກສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າ ດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ, ເອກະສານອົບຮົມການ ເມືອງ-ນໍາພາແນວຄິດສໍາລັບສະ ມາຊິກພັກ-ພະນັກງານແລະເຊື່ອມ ຊຶມເອກະສານບາງເນື້ອໃນຂອງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ຈຸດປະສົງກໍ່ເພື່ອ ເຮັດໃຫ້ສະມາຊິກພັກພະນັກງານ ເຂົ້າໃຈໃນການກະກຽມດໍາເນີນ ກອງປະຊຸມໃຫຍ່ຂອງພັກແຕ່ລະ ຂັ້ນ, ດໍາເນີນໄປຖືກຕ້ອງຕາມກົດໝາຍລະບຽບຂອງພັກຮັບປະກັນການຊີ້ນໍາ-ນໍາພາຂອງຄະນະພັກ ຂັ້ນເທິງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ເພື່ອຍົກສູງຄວາມສາ ມາດນໍາພາຂອງຄະນະພັກໃຫ້ສົມ ຄູ່ກັບການເລັ່ງທວງຂອງໜ້າທີ່ການເມືອງໃນໄລຍະໃໝ່, ຮັບປະກັນການເລືອກເຟັ້ນບຸກຄະລາກອນເຂົ້າໃນຄະນະພັກແຕ່ລະຂັ້ນໃຫ້ຖືກ ຕ້ອງຕາມມາດຖານເງື່ອນໄຂທີ່ກໍານົດໄວ້ ແລະ ອີກດ້ານໜຶ່ງກໍ່ເພື່ອຍົກລະດັບຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກໃຫ້ມີການປ່ຽນແປງຢ່າງຕັ້ງໜ້າຮັບປະກັນ ການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານປະລິມານ ແລະຄຸນນະພາບທັງເຮັດໃຫ້ໜ່ວຍພັກຮູ້ນໍາພາຈັດຕັ້ງປະຕິບັດແຜນການ ແລະຮູ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການທີ່ໄດ້ຂຶ້ນໄວ້ຕື່ມອີກ.