ທ່ານເຈົ້າເມືອງຊົນນະບູລີ ລົງຕິດຕາມການສ້ອມແປງຂົວຫ້ວຍກະໂຈມ

  ເມື່ອບໍ່ດົນມານີ້ທ່ານ ສຸວິໄລ ຫຼວງຊະລາດ ເລຂາພັກເມືອງເຈົ້າເມືອງຊົນນະບູລີ, ພ້ອມຄະນະ ແລະພະນັກງານວິຊາການຫ້ອງການໂຍທາທິການ ແລະຂົນສົ່ງເມືອງ, ໄດ້ລົງຕິດຕາມຊີ້ນໍາການສ້ອມແປງຂົວຫ້ວຍກະໂຈມຂອງອໍານາດການປົກຄອງພໍ່ແມ່ປະຊາຊົນບ້ານປົງ ແລະບ້ານອາລາງໃນການສ້ອມແປງຂົວຫ້ວຍກະໂຈມທີ່ເປ່ເພຄືນໃໝ່ມີແຮງງານເຂົ້າຮ່ວມ 200 ຄົນ ຍິງ 53 ຄົນ.

  ການສ້ອມແປງຂົວຫ້ວຍກະໂຈມໄດ້ເລີ່ມສ້ອມແປງແຕ່ວັນທີ 5 ພຶດສະພາ 2020 ຄາດວ່າຈະສໍາເລັດໃນທ້າຍເດືອນພຶດສະພາ ຊຶ່ງໜ້າວຽກໃນການສ້ອມແປງໃນຄັ້ງນີ້ແມ່ນໄດ້ປ່ຽນເສົາຂົວໃໝ່ຈໍານວນ 12 ເສົາ, ໄມ້ຕົງ 12 ເສັ້ນ, ແປ້ນປູຈໍານວນ 130 ແຜ່ນ, ປ່ຽນໄມ້ຮອງລໍຈໍານວນ 42 ເສັ້ນ, ມີຄວາມຍາວ 42 ແມັດ, ກວ້າງ 3,50 ແມັດ, ລວມມູນຄ່າໃນການສ້ອມແປງທັງໝົດ 32 ລ້ານກີບ, ຊຶ່ງທຶນໃນການສ້ອມແປງແມ່ນໄດ້ຈາກຄວາມສາມັກຄີຂອງປະຊາຊົນພາຍໃນບ້ານໃນການປະກອບ ສ່ວນ ແລະອີກສ່ວນໜື່ງກໍ່ໄດ້ຈາກການປະກອບສ່ວນຂອງເມືອງທີ່ປະກອບສ່ວນຊີມັງ 1 ໂຕນ, ເຫຼັກຕາປູ 3 ແກັດ, ເຫຼັກເສັ້ນ P12 ຈໍານວນ 15 ເສັ້ນ, ລວມມູນຄ່າ 1,7 ລ້ານກີບ.

 ໃນການລົງຊີ້ນໍາການສ້ອມ ແປງຂົວຫ້ວຍກະໂຈມ ຢູ່ເສັ້ນທາງ ຈຸດສຸມຕັ້ງຫວາຍລໍາທວາຍຂອງ ທ່ານເຈົ້າເມືອງໃນຄັ້ງນີ້ທ່ານກໍ່ໄດ້ ແນະນໍາ ແລະສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອໍານາດການປົກຄອງພໍ່ແມ່ປະຊາຊົນທີ່ສາມັກຄີກັນອອກແຮງງານສ້ອມແປງຂົວທີ່ເປ່ເພໃຫ້ກັບຄືນໃຊ້ໄດ້ຄືເກົ່າພາຍຫຼັງທີ່ການສ້ອມແປງສໍາເລັດຈະເຮັດໃຫ້ການສັນຈອນຂອງປະຊາຊົນບ້ານປົງ ແລະບ້ານອາລາງ ແລະບ້ານໃກ້ ຄຽງມີຄວາມສະດວກສະບ່າຍຂຶ້ນໃນການໄປມາຊື້ຂາຍແລກປ່ຽນສິນຄ້າສາມາດສັນຈອນໄດ້ສອງລະດູຊຶ່ງໃນເມື່ອກ່ອນຖ້າຊ່ວງລະດູຝົນຂົວດັ່ງກ່າວແມ່ນບໍ່ສາມາດສັນຈອນໄດ້ເນື່ອງຈາກວ່າສະພາບ ຂອງຂົວແມ່ນເປ່ເພໜັກພໍສົມຄວນແຕ່ມາຮອດປະຈຸບັນນີ້ຍ້ອນການເອົາໃຈໃສ່ຂອງການນໍາຂອງເມືອງ ແລະອໍານາດການປົກຄອງບ້ານພ້ອມດ້ວຍພາກສ່ວນທີ່ກ່ຽວຄອງທີ່ປະກອບສ່ວນອຸປະກອນໃນການສ້ອມແປງຂົວຫ້ອຍກະໂຈມໃຫ້ສາມາດສັນ ຈອນໄປມາສະດວກຄືເກົ່າ ແລະໃນອີກຕໍ່ໜ້າທາງອໍານາດການປົກຄອງບ້ານກໍ່ມີແຜນທີ່ຈະສ້າງຂົວເປ່ຕົງທີ່ຂົວຫ້ວຍກະໂຈມ.

____________

ໜັງສືພິມເສດຖະກິດ-ສັງຄົມ