ພະຍາດມະເຮັງຂ້າຊີວິດນັກສະແດງໜຸ່ມ ພັກຈີຮຸນ

 ວັນທີ 15 ພຶດສະພາທີ່ຜ່ານມາ ຄອບຄົວຂອງນັກສະແດງໜຸ່ມ ພັກຈີຮຸນ ໄດ້ອອກມາເປີດເຜີຍຂ່າວ ເສົ້າຜ່ານອິນສະຕາແກຣມວ່ານາຍ ແບບໜຸ່ມທີ່ຜັນຕົວເອງມາເປັນນັກສະແດງ ຊຶ່ງມີຜົນງານຊີຣີເລື່ອງ Chicago Typewriter ທາງ ຊ່ອງ tvN ໄດ້ເສຍຊີວິດແລ້ວດ້ວຍພະຍາດມະເຮັງກະເພາະອາຫານ.

  ຄອບຄົວຍັງໄດ້ແຈ້ງເວລາ ແລະສະຖານທີ່ໃນພິທີສົງສະການ ແລະ ຂອບໃຈແຟນໆເພງພ້ອມທັງເພື່ອນ ຮ່ວມງານທີ່ສະແດງຄວາມເສຍໃຈຕໍ່ການຈາກໄປໃນຄັ້ງນີ້ເຮົາໂພສ ຂໍ້ຄວາມນີ້ເພື່ອວ່າພວກເຮົາບໍ່ສາມາດຕິດຕໍ່ພວກເຈົ້າໄດ້ເຮົາຂໍຂອບ ໃຈທຸກຄົນສຳລັບກຳລັງໃຈ ແລະ ຄວາມຫ່ວງໃຍກັັນໃນໄລຍະການ ແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະຂອບໃຈກຳລັງໃຈ ຂອງທຸກຄົນທີ່ຈະເຮັດໃຫ້ຄອບ ຄົວເຮົາເຂັ້ັ້ມແຂງເຮົາຈະບໍ່ມີວັນລືມ.

--------

ໜັງສືພິມເສດຖະກິດ-ສັງຄົມ