ໜ່ວຍພັກທຳມະຊາດວິທະຍາໄລຄູປາກເຊ ສໍາເລັດກອງປະຊຸມໃຫຍ່

  ວັນທີ 12 ພຶດສະພາ 2020, ໜ່ວຍພັກທໍາມະຊາດທີ່ຂຶ້ນກັບຄະນະພັກຮາກຖານວິທະຍາໄລຄູປາກເຊ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຢູ່ສະໂມສອນວິທະຍາໄລດັ່ງກ່າວໂດຍການເຂົ້າຮ່ວມຂອງ ສະຫາຍ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ,ສະຫາຍ ພອນ ພູວັນໂນ ເລຂາຄະນະພັກຮາກຖານວິທະຍາໄລຄູປາກເຊ, ສະຫາຍ ສຸຂະສະຫວາດ ວົງຫາຈັກ ເລຂາໜ່ວຍພັກທໍາມະຊາດຊຸດທີ I. ມີຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກ ຖານ, ສະມາຊິກພັກສົມບູນ ແລະສໍາຮອງພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ.

  ໃນກອງປະຊຸມໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາວຽກງານແຕ່ລະດ້ານຂອງຄະນະໜ່ວຍພັກໃນໄລຍະ 5 ປີ (2015-2020) ໂດຍຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດສໍາລັບດ້ານການຈັດຕັ້ງໜ່ວຍພັກທໍາມະຊາດມີສະມາຊິກພັກທັງໝົດ 17 ສະຫາຍ, ຍິງ 6 ສະຫາຍ, ໃນນັ້ນສະມາ ຊິກພັກສໍາຮອງ 3 ສະຫາຍ, ຍິງ 2 ສະຫາຍ, ພ້ອມນີ້ຍັງໄດ້ຜ່ານທິດທາງແຜນການນໍາພາ-ຊີ້ນໍາວຽກງານໃນ 5 ປີຕໍ່ໜ້າ (2020-2025).

  ກອງປະຊຸມຄັ້ງນີ້ຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ຊຶ່ງມີຜູ້ສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດເລືອກຕັ້ງ ແລະຜົນຂອງກອງປະຊຸມຄັ້ງປະຖົມມະລືກເຫັນດີເປັນເອກະພາບເລືອກເອົາ ສະຫາຍ ສຸຂະສະຫວາດ ວົງຫາຈັກ ເປັນເລຂາໜ່ວຍພັກທໍາມະຊາດ ຊຸດທີ II, ສະຫາຍ ຄໍາຫຼ້າ ຄໍາມຸງຄຸນ ເປັນຮອງເລຂາ ແລະສະຫາຍ ສົມພົງ ບຸນເພັງ ເປັນປະທານກວດກາພັກ.