ຝຣັ່ງກຽມນໍາເຂົ້າຜ້າປິດປາກຈາກຫວຽດນາມ

 ຝຣັ່ງກຽມນໍາເຂົ້າຜ້າປິດປາກຈາກສສ ຫວຽດນາມ ຫຼາຍຕື້ອັນ ເພື່ອແຈກຍາຍໃຫ້ການສຶກສາ, ເຈົ້າໜ້າທີ່ຕຳຫຼວດ, ພະນັກງານລັດຖະກອນທີ່ກັບມາປະຕິບັດໜ້າທີ່ເຕັມຮູບແບບ ຄາດວ່າ ຈະໃຊ້ຫຼາຍເຖິງ 250 ລ້ານອັນຕໍ່ເດືອນ.

  ຕາມຂ່າວສານຫວຽດນາມລາຍງານວ່າ ຝຣັ່ງປະກາດຈະນໍໍາເຂົ້າຜ້າປິດປາກເພື່ອຢັບຢັ້ງແບດທີເຣຍຫຼາຍຕື້ອັນຈາກຫວຽດນາມ ໂດຍຂົນສົ່ງຜ່ານທາງອາກາດ ຊຶ່ງຈະມີຖ້ຽວບິນ  50 ຖ້ຽວບິນໂດຍກົງຈາກຫວຽດນາມໄປຍັງສະໜາມບິນນານາຊາດໃນນະຄອນຫຼວງປາຣີ ເພື່ອຂົນສົ່ງຜ້າປິດປາກຈົນເຖິງທ້າຍເດືອນພຶດສະພາ.ຊຶຶ່ງທຸລະກິດຝຣັ່ງເລັ່ງຊື້ຜ້າປິດປາກໃນລາຄາທີ່ສູງ ເພື່ອກຽມຜ້າປິດປາກກ່ອນທີ່ປະຊາຊົນຈະກັບມາເຮັດວຽກພາຍໃຕ້ມາດຕະການຜ່ອນຄາຍຂອງປະເທດ ຊຶ່ງຄາດວ່າຝຣັ່ງຕ້ອງໃຊ້ຜ້າປິດປາກ 250 ລ້ານອັນຕໍ່ເດືອນ ໃນຂະນະທີ່ປະເທດສາມາດຜະລິດໄດ້ພຽງ 40 ລ້ານອັນຕໍ່ເດືອນເທົ່ານັ້ນ ພວກເຂົາຈຶ່ງນໍາເຂົ້າຜ້າປິດປາກເພື່ອຕອບສະໜອງຄວາມຕ້ອງການ.

 ຜ້າປິດປາກທີ່ຜະລິດໃນຫວຽດນາມຈະສົ່ງມອບໃຫ້ກັບນັກຮຽນ, ເຈົ້າໜ້າທີ່ຕຳຫຼວດ ແລະພະນັກກງານລັດຖະກອນລວມທັງຈຳໜ່າຍໃນຮ້ານຂາຍຢາ, ໂດຍບໍລິສັດ Bolloreຈະເປັນຜູ້ຮັບຜິດຊອບໃນການຂົນສົ່ງຜ້າປິດປາກມາຍັງຝຣັ່ງ ແລະຄາດວ່າ ຈະຈັດຖ້ຽວບິນສອງຖ້ຽວຕໍ່ວັນເພື່ອຂົນສົ່ງຜ້າປິດປາກ.

-----

ໜັງສືພິມເສດຖະກິດ-ສັງຄົມ