ຄົນຫັນມາຂີ່ລົດຖີບໄຟຟ້າເຮັດໃຫ້ຍອດຂາຍເພີ່ມຂຶ້ນ

 ຍອດຂາຍລົດຖີບໄຟຟ້າເພີ່ມສູງຂຶ້ນ ຫຼັງຈາກຫຼາຍປະເທດເລີມຜ່ອນຄາຍປີດປະເທດ ເພາະລົດຖີບລາຄາບໍ່ແພງ ຕອບໂຈດການສ້າງໄລຍະຫ່າງທາງສັງຄົມ, ສະດວກວ່ອງໄວ ແລະບໍ່ສ້າງມົນລະພິິດ.

 ຕາມຂ່າວຕ່າງປະເທດລາຍງານວ່າ ຫຼາຍເມືອງໃຫຍ່ ແລະຫຼາຍປະເທດທົ່ວໂລກກຳລັງພະຍາຍາມຊຸກຍູ້ມາດຕະການຜ່ອນຄາຍປິດປະເທດ ເພື່ອໃຫ້ກິດຈະການທາງເສດຖະກິດສາມາດກັບມາດຳເນີນໄດ້ອີກເທື່ອໜຶ່ງ ໃນເມືອງໃຫຍ່ຄື: ນີວຢອກ,ລອນດອນ ແລະປາຣີ ຜູ້ຄົນນັບລ້ານຕ້ອງໃຊ້ຂົນສົ່ງສາທາລະນະໃນການ  ເດີີນທາງໄປເຮັດວຽກຫຼືສະຖານທີ່ຕ່າງໆໃນແຕ່ລະວັນເຮັດໃຫ້ເມື່ອຄຳນວນແບບລາຍປີເມືອງໃຫ່ຍເຫຼົ່ານີ້ມີຄົນໂດຍສານທາງຂົນສົ່ງສາທາລະນະຫຼາຍເຖິງ 1,5 ຕື້ຖ້ຽວເລີຍ ແຕ່ຫຼັງການລະບາດຂອງພະຍາດໂຄວິດ-19 ແນ່ນອນວ່າຫຼາຍຄົນອາດບໍ່ຢາກຂີ່ລົດເມ ແລະລົດໄຟຟ້າອີກຕໍ່ໄປ ແຕ່ຈະຫັນໄປໃຊ້ລົດສ່ວນຕົວກໍຈະບໍ່ແມ່ນຄວາມຄິດທີ່ດີທີ່ສຸດ ໂດຍລົດຖີບຄືຄວາມຄິດທີ່ໜ້າຈະມີປະສິດທິພາບທີ່ສຸດ ໂດຍສະເພາະປະເທດຕ່າງໆໃນພາກພື້ນອາເມລິກາ ແລະເອີຣົບ ຊຶ່ງກຳລັງກ້າວເຂົ້າສູ່ລະດູຮ້ອນ ການຂັບລົດຖີບເຮັດໃຫ້ຜູ້ຄົນເດີນທາງໄດ້ສະດວກ, ວ່ອງໄວ ສາມາດສ້າງໄລຍະຫ່າງທາງສັງຄົມ ແລະການໃຊ້ລົດຖີບໄຟຟ້າບໍ່ເຮັດໃຫ້ຄົນຂີ່ລົດຖີບເມື່ອຍ ແລະຍັງບໍ່ສ້າງມົນລະພິດໃຫ້ອາກາດອີກດ້ວຍ.

 VanMoofຜູ້ຜະລິດລົດຖີບໄຟຟ້າຈາກເອີຣົບເຫັນຍອດຂາຍລົດທີີ່ໜ້າຕົກໃຈ ໂດຍຕອນນີ້ຍອດຂາຍລົດໄຟຟ້າໄດ້ເພີ່ມສູງຂຶ້ນຫຼາຍກວ່າລົດຖີບທຳມະດາໄປແລ້ວ ແລະທີ່ສຳຄັນເປັນການເພີ່ມຂຶ້ນໃນທຸກຕະຫຼາດຂອງບໍລິສັດລະຫວ່າງເດືອນກຸມພາ-ເມສາ ຊຶ່ງເປັນໄລຍະທີ່ມີການແຜ່ລະບາດຢ່າງໜັກຂອງເຊື້ອໂຄວິດ-19 ໂດຍຍອດຂາຍລົດໃນເຢຍລະມັນເພີ່ມຂຶ້ນ 226%, ອັງກິດ 184%, ໂຮນລັງເພີ່ມຂຶ້ນ 140%, ອັງກິດ 138% ແລະຝຣັ່ງ 92%.

------

ໜັງສືພິມເສດຸະກິດ-ສັງຄົມ