ສັບພະຄຸນຂອງກ້ວຍນໍ້າ ຢາດີບຳລຸງຮ່າງກາຍພາຍໃນສູ່ພາຍນອກ

 ກ້ວຍນໍ້າເປັນໝາກໄມ້ທີ່ອຸດົມດ້ວຍຄຸນປະໂຫຍດທີ່ສົມບູນແບບທີ່ສຸດຊະນິດໜຶ່ງຊຶ່ງກ້ວຍມີວິຕາມິນບີ 1 ແລະບີ 2 ທີ່ຊ່ວຍເລັ່ງເຜົາຜານນໍ້າຕານ ແລະໄຂມັນທັງຍັງຊ່ວຍຟື້ນຟູຮ່າງກາຍຈາກອາການຖອກທ້ອງ, ແກ້ເຈັບກະເພາະ, ຊ່ວຍຫຼຸດຜ່ອນຄວາມດັນເລືອດ, ແກ້ອາການຮ້ອນໃນ, ແກ້ຫອບຫືດ, ຊ່ວຍປ້ອງກັນພະຍາດເບົາຫວານ ແລະຫົວໃຈນຳ.

ນອກຈາກນີ້, ຍັງສາມາດເອົາໃບແຫ້ງມັນມາຕົ້ມນໍ້າອາບເພື່ອຊ່ວຍແກ້ອາການພູມແພ້ທາງຜິວໜັງໄດ້ນຳເປັນຕົ້ນແມ່ນຕຸ່ມຜືນຄັນ ແລະຍັງສາມາດນຳເອົາມາປະດິດເປັນເຄື່ອງໃຊ້ສອຍໄດ້ອີກດ້ວຍ.

____________

ຮຽບຮຽງໂດຍ: ຟ້າ