ເສດຖະກິດກຸ່ມປະເທດອາຊຽນລໍຕົວ

 ການເຕີບໂຕຂອງເສດຖະກິດໃນກຸ່ມປະເທດອາຊຽນລໍຕົວລົງໃນໄລຍະໂຕມາດ 1 ຂອງປີນີ້ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງ ເຊື້ອພະຍາດໂຄວິດ-19 ກະທົບຕໍ່ການທ່ອງທ່ຽວ ແລະຂະແໜງການຜະລິດຢ່າງໜັັກ.

 ຕາມຂ່າວຕ່າງປະເທດລາຍງານໃນວັນທີ 19 ພຶດສະພາຜ່ານມາວ່າ ການເຕີບໂຕຂອງເສດຖະກິດໃນກຸ່ມປະເທດອາຊຽນລໍຕົວລົງໃນໄລຍະໄຕມາດທຳອິດຂອງປີນີ້ ຍ້ອນໄດ້ຮັບຜົນກະທົບຈາກ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກະທົບ ຕໍ່ການທ່ອງທ່ຽວ ແລະຂະແໜງການຜະລິດຢ່າງ ຮຸນແຮງເຮັດໃຫ້ ຕົວເລກຜະລລິດຕະພັນ ພາຍໃນ (ຈີດີພີ) ໄທລໍຕົວໜັກສຸດໃນຮອບ 8 ປີ ໂດຍໃນ ໄລຍະໄຕມາດທຳອິດຕິດລົບ 2,2%, ສ່ວນຟິລິບປິນລໍຕົວລົງ 0,2% ນັບເປັນການຫຼຸດລົງເປັນເທື່ອ ທຳອິດໃນຮອບ 12 ປີ, ອິນໂດເນເຊຍ ຊຶ່ງມີຂະໜາດເສດຖະກິດໃຫຍ່ສຸດໃນພາກພື້ນລໍຕົວລົງມາຢູ່ທີ່ 2,9% ຊຶ່ງເປັນການເຕີບໂຕໃນລະດັບຕໍ່າສຸດນັັບຕັ້ງແຕ່ປີ 2001, ສສ ຫວຽດນາມ ທີ່ເຕີບໂຕເຖິງ 7% ກໍລໍຕົວລົງມາຢູ່ທີ່ 3,8% ແລະມາເລເຊຍລົງມາຢູ່ທີ່ 0,7%.

 ນັກວິເຄາະຄາດຄະເນວ່າ ເສດຖະກິດອາຊຽນຈະລໍຕົວຕໍ່ໄປຈົນເຖິງໄຕມາດ 2 ຂອງປີນີ້ ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຍັງບໍ່ສິ້ນສຸດ.

--------

ໜັງສືພິມເສດຖະກິດ-ສັງຄົມ