ຫວຽດນາມຊຸກຍູ້ທ່ອງທ່ຽວພາຍໃນປະເທດ

  ທຸລະກິດການທ່ອງທ່ຽວໃນ ສສ ຫວຽດນາມ ຫຼຸດລາຄາລົງຄັ້ງໃຫຍ່ຫວັງຈູງໃຈນັກທ່ອງທ່ຽວພາຍໃນປະເທດເພື່ອຟື້ນຟູການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຢ່າງໜັກຈາກພະຍາດໂຄວິດ-19 ເນື່ອງຈາກນັກທ່ອງທ່ຽວຕ່າງປະເທດຫຼຸດລົງ.

  ຕາມຂ່າວຕ່າງປະເທດລາຍງານວ່າເດືອນເມສາທີ່ຜ່ານມາຫວຽດນາມມີນັກທ່ອງທ່ຽວຫຼຸດລົງເຖິງ 98% ເມື່ອທຽບກັບເດືອນດຽວກັນຂອງປີກ່ອນ ແລະກຽມຟື້ນຟູເສດຖະກິດເປັນປະເທດທຳອິດໃນພາກພື້ນເນື່ອງຈາກປະສົບຄວາມສຳເລັດໃນການຄວບຄຸມພະຍາດໂຄວິດ-19 ຊຶ່ງມີຄົນເຈັບພຽງ 324 ຄົນ ແລະບໍ່ມີຜູ້ເສຍຊີວິດເລີຍ , ແຕ່ຍັງຫ້າມຕ່າງປະເທດເຂົ້າມາເຮັດໃຫ້ໂຮງແຮມ, ບ້ານພັກພາກັນຫຼຸດລາຄາລົງຫວັງດຶງດູດນັກທ່ອງທ່ຽວພາຍໃນປະເທດແທນຜູ້ຈັດການໂຮງແຮມແຫ່ງໜຶ່ງຍອມ ຮັບວ່າການເປີດຮັບນັກທ່ອງທ່ຽວຕ່າງປະເທດຕ້ອງໃຊ້ເວລາ ອີກດົນ ຈຶ່ງຕ້ອງປັບຕົວຫັນມາຫາຕະຫຼາດພາຍໃນປະເທດແທນຊຶ່ງບໍ່ແມ່ນເລື່ອງງ່າຍເລີຍເພາະບໍ່ແມ່ນວ່າຊາວຫວຽດນາມທຸກຄົນຈະສົນໃຈໃນບໍລິການທີ່ທາງໂຮງແຮມນໍາສະເໜີ.

 ປີທີ່ຜ່ານມາຫວຽດນາມມີລາຍໄດ້ຈາກການທ່ອງທ່ຽວເຖິງ 726 ພັນຕື້ດົງເກືອບ 12% ຂອງຕົວເລກຜະລິດຕະພັນພາຍໃນ (ຈີດີພີ) ມີນັກທ່ອງທ່ຽວທັງໝົດ 103 ລ້ານຄົນ ເປັນຊາວຕ່າງປະເທດພຽງ 17% ແລະໃຊ້ຈ່າຍຫຼາຍກວ່າຄົນໃນປະເທດເລັກໜ້ອຍ.

____________

ໜັງສືພິມເສດຖະກິດສັງຄົມ