ອິນໂດເນເຊຍ ຊຸກຍູ້ເສດຖະກິດມູນຄ່າ 43 ຕື້ໂດລາ

 ລັດຖະບານອິນໂດເນເຊຍ ຜັນຂະຫຍາຍບ້ວງເງິນກະຕຸກຊຸກ ຍູ້ເສດຖະກິດ ມີມູນຄ່າ 43 ຕື້ໂດລາ ສະຫະລັດ ເພື່ອຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

 ຕາມຂ່າວຕ່າງປະເທດລາຍ ງານວ່າ ລັດຖະບານ ອິນໂດເນເຊຍ ພວມຜັນຂະຫຍາຍໂຄງການກະຕຸກຊຸກຍູ້ເສດຖະກິດ ດ້ວຍມູນຄ່າ 43 ຕື້ໂດລາ ຊຶ່ງຫຼາຍກວ່າບ້ວງເງິນ ທີ່ໄດ້ປະກາດໃນເມື່ອກ່ອນນີ້ ເພື່ອ ແນໃສ່ຫຼຸດຜ່ອນຜົນກະທົບຂອງ ໂລກລະບາດໂຄວິດ-19 ສໍາລັບບັນດາຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ (MSME), ກໍຄືບັນດາລັດວິສາຫະກິດ (SOE). ທ່ານນາງລັດຖະມົນຕີກະຊວງການເງິນ Sri Muly ani Indrawati ໃຫ້ຮູ້ວ່າ ໂຄງການ ຟື້ນຟູເສດຖະກິດແຫ່ງຊາດຂອງ ລັດຖະບານອິນໂດເນເຊຍຈະເພີ່ມ ທະວີການໜູນຊ່ວຍໃຫ້ແກ່ລະບົບ ໜູນຊ່ວຍສັງຄົມ, ສະໜອງບັນດາ ນະໂຍບາຍບຸລິມະສິດກ່ຽວກັບພາສີ ອາກອນ, ເພີ່ມເງິນລົງທຶນໃຫ້ແກ່ ບັນດາລັດວິສາຫະກິດ ແລະຫຼຸດ ຜ່ອນອັດຕາດອກເບ້ຍສິນເຊື່ອໃຫ້ ບັນດາຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ. ຕາມ ທ່ານນາງ Mulyani ແລ້ວ, ບັນດາຄວາມມານະພະຍາຍາມນີ້ ແນ ໃສ່ຈຸດປະສົງກະຕຸ້ນການສະໜອງ ແລະຄວາມຕ້ອງການ ເພື່ອຟື້ນຟູ ພື້ນຖານເສດຖະກິດ.

 ດ້ວຍຂອບຂະໜາດຂອງບ້ວງເງິນກະຕຸ້ນເສດຖະກິດນີ້, ຄາດວ່າ ການຂາດດຸນງົບປະມານປີນີ້ຈະເພີ່ມຂຶ້ນລະດັບ 6,27% ຍອດຈໍານວນຜະລິດຕະພັນພາຍໃນ (ຈີດີ ພີ), ສູງກວ່າເມື່ອທຽບໃສ່ແຜນ ການໃນເບື້ອງຕົ້ນແມ່ນ 5,07%.

-------

ໜັງສືພິມເສດຖະກິດ-ສັງຄົມ