ໄອເອັມເອຟ ຄາດວ່າເສດຖະກິດໂລກຈະເຕີບໂຕ 3%

  ກອງທຶນການເງິນສາກົນ (ໄອເອັມເອຟ) ຄາດຄະເນວ່າເສດຖະກິດໂລກປີນີ້ຈະເຕີບໂຕພຽງ 3% ແລະຈະຟື້ນຟູໄດ້ພຽງສ່ວນ ໜຶ່ງໃນປີ 2021.

 ຕາມຂ່າວສານຫວຽດນາມ ລາຍງານວ່າ ພື້ນຖານເສດຖະກິດ ທົ່ວໂລກຈະຕ້ອງໃຊ້ເວລາຫຼາຍປີ ຈຶ່ງສາມາດຟື້ນຟູໄດ້ຢ່າງສິ້ນເຊິງ ພາຍຫຼັງຖືກຜົນສະທ້ອນຢ່າງແຮງ ຈາກການແຜ່ລະລະບາດຂອງພະຍາດໂຄວິດ-19, ໃນຂະນະທີ່ລັດ ທິອາລັກຂາມີຄວາມສ່ຽງບືນຕົວ ຂຶ້ນ. ວັນທີ 18 ພຶດສະພາ, ທ່ານ ນາງ Kristalina Georgieva ຜູ້ອໍານວຍການໃຫຍ່ກອງທຶນເງິນ ຕາສາກົນ (ໄອເອັມເອຟ) ໃຫ້ຮູ້ ວ່າ: ມີຄວາມເປັນໄປໄດ້ສູງທີ່ IMF ຈະຫຼຸດຜ່ອນການຄາດຄະເນລະດັບການຂະຫຍາຍຕົວທາງເສດຖະກິດລົງ 3% ໃນປີ 2020 ແລະພື້ນຖານເສດຖະກິດໂລກຈະຟື້ນຟູໄດ້ພຽງສ່ວນໜຶ່ງໃນປີ 2021 ເທົ່ານັ້ນ, ແທນທີ່ຈະຄາດຄະເນຍອດປະລິມານຜະລິດຕະພັນພາຍໃນ (ຈີດີພີ) ບັນລຸລະດັບການເຕີບໂຕ 5,8% ຄືເບື້ອງຕົ້ນ.

 ກ່ອນໜ້ານີ້ ໄອເອັມເອຟ ໄດ້ປັບ ຫຼຸດອັດຕາການເຕີບໂຕທົ່ວໂລກ ປີນີ້ຢູ່ທີ່ 3,3% ແລະຫຼຸດການຄາດຄະເນປີ 2021 ລົງ 0,2% ເຫຼືອ 3,4% ສາເຫດຍ້ອນການລໍຕົວຂອງເສດຖະກິດໂລກ.

---------

ໜັງສືພິມເສດຖະກິດ-ສັງຄົມ