ອາເຣຍນາ ແກຣນເດ ເຜີຍເຫດຜົນ ທີ່ບໍ່ອອກອາລະບໍ້າໃໝ່

  ນັກຮ້ອງສາວ ອາເຣຍນາ ແກຣນເດ  ເວົ້າເຖິງການຮ່ວມງານ ກັບຊຸບຕາໜຸ່ມ ຈັສຕິນ ບີເບີ ແລະ ໂຄຈາ ແຄດ ໃນລາຍງການ At Home ທາງແອັບເປີ້ນ ມີວສິກ ສຳລັບເພງ “Stuck With U” ທີ່ເຮັດວຽກຮ່ວມກັບ ຈັສຕິນ ແລະ ຫາກໍປ່ອຍອອກມາໃນວັນທີ 8 ພຶດສະພານັ້ນ ອາເຣຍນາ ຫວັງວ່າ ເພງນີ້ຈະຊ່ວຍຜ່ອນຄາຍຄວາມ ເຫງົາໃຫ້ກັບຜູ້ຄົົນບໍ່ຕ້ອງຮູ້ສຶກໂດດດ່ຽວທັງຍັງສາມາດຮ່ວມບໍລິຈາກ ເງິນເພື່ອກຸສົນໄດ້ອີກທາງໜຶ່ງ.

 ນັກຮ້ອງສາວຄົນດັງຍັງກ່າວ ຕື່ມວ່າປະຈຸບັນນີ້ລາວກຳລັງສ້າງ ເພງກັບໂຄຈາແຄດສ່ວນລາຍລະອຽດນັ້ນຍັງຂໍເກັບເອົາໄວ້ກ່ອນຈົນ ກວ່າເພງຈະຖືກປ່ອຍອອກມາ, ຊຶ່ງ ອາເຣຍນາ ລະບຸວ່າລາວມັກເຮັດ ວຽກຮ່ວມກັບ ໂຄຈາແຄດ ເພາະຕົວຕົນ ແລະຄວາມສາມາດທາງ ດົນຕີຂອງລາວໃຫ້ຄວາມຮູ້ສຶກ ແປກໃໝ່ຫຼາຍຢ່າງໃດກໍຕາມແຟນ ເພງບໍ່ຄວນຄາດຫວັງວ່າຈະໄດ້ ເຫັນອາລະບໍໍ້າຂອງອາເຣຍນາ ໃນໄວໆນີ້ເຖິງແມ່ນວ່າໄລຍະກັກຕົວລາວຈະມີເວລາໃນການສ້າງ ເພງໃໝ່ແຕ່ກໍບໍ່ຄິດວ່າເປັນໄລຍະເວລາທີ່ເໝາະສົມທີ່ຈະປ່ອຍຜົນ ງານເພງອອກມາ.

---------

ໜັງສືພິມເສດຸະກິດ-ສັງຄົມ