ວິທີແກ້ເມື່ອຮູ້ວ່າສາຍບືດໍາ

  ສາຍບື ຄືທໍ່ເຊື່ອມຕໍ່ລະຫວ່າງລູກນ້ອຍໃນທ້ອງກັບຜູ້ເປັນ ແມ່ ຊຶ່ງສາຍບືປະກອບດ້ວຍຫຼອດ ເລືອດແດງ ແລະຫຼອດເລືອດດຳ ສາຍບືມີໜ້າທີ່ໃຫ້ເລືອດຂອງຜູ້ເປັນແມ່ ໂດຍນຳອົກຊີແຊນ ແລະ ອາຫານມາລ້ຽງລູກນ້ອຍໃຫ້ຈະເລີນເຕີບໂຕ ແລະມີຊີວິດໃນຂະນະທີ່ຢູ່ໃນທ້ອງ, ຊຶ່ງສາຍບືເປັນບ່ອນກໍ່ໃຫ້ເກີດມີຂີ້ໄຄ ແລະກາຍເປັນແຫຼ່ງສະສົມຂອງແບັກເຕີເລຍ ແລະເຊື້ອລາຈຳນວນຫຼາຍໃນຮ່າງກາຍ,ສະນັ້ນມື້ນີ້ເຮົາຈະມາແນະນໍາວິທີ ເຮັດຄວາມສະອາດສາຍບືມາຝາກຈະມີຫຍັງແນ່ນັ້ນໄປເບິ່ງພ້ອມກັນ ເລີຍ.

ສ່ວນປະກອບ:

  • ສຳລີ.
  • ຂີ້ເຜິ້ງ.
  • ວາສະລິນ.
  • ໂລຊັ່ນທາຜິວ.
  • ນໍ້າມັນໝາກກອກ .
  • ເບບີອອຍ ແລະນໍ້າອຸ່ນ.

ວິທີເຮັດ: ນໍາເອົາສ່ວນປະກອບ ທີ່ກຽມໄວ້ປະສົມໃຫ້ເຂົ້າກັນຫຼັງ ຈາກນັ້ນໃຊ້ສຳລີຈຸ່ມລົງສ່ວນປະສົມນັ້ນແລ້ວໃຊ້ສຳລີຄ່ອຍໆເຊັດ ທຳຄວາມສະອາດທຸກຊອກທຸກ ມຸມເຮັດໄປເລື້ອຍໆເມື່ອທຳຄວາມ ສະອາດ ແລະບໍ່ມີກິ່ນເໝັນແລ້ວ ໃຊ້ຜ້ານຸ້ມໆເຊັດສາຍບືໃຫ້ສະອາດ ແລ້ວທາໂລຊັ່ນເລັກນ້ອຍເພື່ອເຮັດ ໃຫ້ຜິວຊຸ່ມຊື່ນ.

-----------

ຮຽບຮຽງໂດຍ: ຟ້າ