ຫວຽດນາມ ວາງແຜນພັດທະນາເສດຖະກິດ-ສັງຄົມ

 ທ່ານ ຫງວຽນຈີ໊ຢຸງ, ລັດຖະມົນຕີກະຊວງແຜນການ ແລະການລົງ ທຶນ ສສ ຫວຽດນາມ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ ບົດລາຍງານກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ປີ 2019 ແລະ ສະພາບການຜັນຂະຫຍານແຜນການພັດທະນາເສດຖະກິດ-ສັງຄົມ ປີ 2020.

 ຕາມຂ່າວຕ່າງປະເທດລາຍງານວ່າ ບົນພື້ນຖານການຄາດຄະເນສະພາບການ, ສໍາຫຼວດກວດຄືນ ແລະຄິດໄລ່ບັນດາຄວາມສົມດຸ່ນ, ຄາດຄະ ເນວ່າມີ2 ແຜນການສຳລັບການຂະຫຍາຍຕົວທາງດ້ານເສດຖະກິດ ໃນປີ 2020, ແຜນການທີ 1: ຫວຽດນາມຄວບຄຸມໂລກລະບາດໄດ້ຕັ້ງ ແຕ່ກາງເດືອນເມສາ 2020 ຖ້າຫາກປະເທດຕ່າງໆທີ່ເປັນຄູ່ຮ່ວມມືດ້ານ ການຄ້າ ແລະການລົງທຶນສໍາຄັນສໍາລັບຫວຽດນາມສາມາດຄວບຄຸມ ການແຜ່ລະບາດຂອງເຊື້ອໂຄວິດໄດ້ ໃນໄຕມາດ 3 ປີ 2020 ຈະເຮັດ ຕົວເລກຜະລິດຕະພັນພາຍໃນ (ຈີດີພີ)ຢູ່ທີ່ປະມານ 4,4–5,2% ເມື່ອ ທຽບໃສ່ປີ 2019 (ຕໍ່າກວ່າ 1,62,4% ຕາມເປົ້າໝາຍທີ່ໄດ້ວາງອອກ), ແຜນການທີ 2: ຫວຽດນາມຄວບຄຸມໂລກລະບາດໄດ້ນັບແຕ່ທ້າຍເດືອນເມສາ 2020 ຖ້າຫາກບັນດາປະເທດຄູ່ຮ່ວມມືດ້ານການຄ້າ, ການລົງທຶນ ສໍາຄັນສໍາລັບຫວຽດນາມສາມາດຄວບຄຸມເຊື້ອໂຄວິດໄດ້ໃນໄຕມາດ 4 ປີ 2020,ຈະເຮັດໃຫ້ຈີດີພີຂະຫຍາຍຕົວປະມານ 3,6 – 4,4% ເມື່ອທຽບ ໃສ່ປີ 2019 (ຕໍ່າກວ່າ 2,4 – 3,2% ຕາມເປົ້າໝາຍທີ່ໄດ້ວາງອອກ).

 ທ່ານລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຫງວຽນຈີີ໊ຢຸງກ່າວວ່າເພື່ອຮັບມືກັບວິກິດການ, ໃນປີ 2019, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ບ້ວງເງິນກະຕຸ້ນຄວາມຕ້ອງການ ຊຶ່ງໄດ້ ສົ່່ງຜົນດີຕໍ່ເສດຖະກິດ ມີສ່ວນຊ່ວຍປ້ອງກັນລໍໍຕົວຂອງເສດຖະກິດ, ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ.

----------

ໜັງສືພິມເສດຖະກິດ-ສັງຄົມ