ອິນເດຍຕິດເຊື້ອໂຄວິດວັນດຽວຫຼາຍດວ່າ 5 ພັນຄົນ

  ອິນເດຍມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ສ້າງສະຖິຕິສູງສຸດເພີ່ມ ຂຶ້ນຫຼາຍກວ່າ 5.600 ຄົນພາຍໃນ ວັນດຽວ(ວັນທີ 19 ພຶດສະພາ).

 ຕາມຂ່າວຕ່າງປະເທດລາຍ ງານວ່າ ກະຊວງສາທາລະນະສຸກ ຂອງອິນເດຍລາຍງານຄົນເຈັບທີ່ ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ຂຶ້ນ 5.611 ຄົນ ໃນວັນທີ 19 ພຶດ ສະພາທີ່ຜ່ານມາ ເຮັດໃຫ້ຍອດຄົນ ເຈັບສະສົມເພີ່ມຂຶ້ນເປັນ 106.750 ຄົນ ແລະພົບຄົນເຈັບເສຍຊີວິດເພີ່ມ 140 ຄົນ ເຮັດໃຫ້ຍອດຜູ້ເສຍຊີວິດ ສະສົມຢູ່ທີ່ 3.303 ຄົນ ໂດຍຕົວເລກດັ່ງກ່າວເປັນອັດຕາການເພີ່ມຂຶ້ນຂອງຄົນເຈັບທີ່ຕິດເຊື້ອໂຄວິດ-19 ໃນຮອບວັນສູງທີ່ສຸດຂອງ ອິນເດຍ, ຂະນະດຽວກັນອິນເດຍ ມີຄົນເຈັບທີ່ປິ່ນປົວຫາຍດີແລ້ວ 42.298 ຄົນສ່ວນຈຳນວນທີ່ຍັງ ຢູ່ລະຫວ່າງການປິ່ນປົວຢູ່ທີ່ 61.149 ຄົນ.

 ວັນທີ 20 ພຶດສະພາທີ່ຜ່ານມາ ນັບເປັນວັນທີ 57 ທີ່ລັັດຖະບານອິນ ເດຍປະກາດປິດປະເທດ ເພື່ອຄວບ ຄຸມການແຜ່ລະບາດຂອງເຊື້ອໂຄ ວິດ-19 ທັງນີ້ ອິນເດຍເລີ່ມປິດ ເມືອງຄັ້ງທຳອິດໃນວັນທີ 25 ມີນາ ກ່ອນຈະປະກາດຂະຫຍາຍໄລຍະເວລາຈົນເຖິງວັນທີ 31 ພຶດສະພາ.

--------

ໜັງສືພິມເສດຖະກິດ-ສັງຄົມ