ປິດປະເທດເຮັດໃຫ້ປະຊາຊົນຊີລີເດືອດຮອ້ນໜັກ

  ນະຄອນຫຼວງຊານຕິອາໂກ ຂອງຊີລີ ກາຍເປັນຈຸດປະທ້ວງທີ່ ລຸກລາມ ໂດຍກຸ່ມຜູ້ຊຸມນຸມຫຼາຍ ຮ້ອຍຄົນໄດ້ອອກມາກາງຖະໜົນ ໃນເຂດຊຸມຊົນແອອັດ ເພື່ອຮຽກຮ້ອງໃຫ້ລັດຖະບານແກ້ໄຂບັນຫາຂາດແຄນອາຫານ ແລະຄວາມ ເດືອດຮ້ອນຂອງປະຊາຊົນທີ່ຫາ ເຊົ້າກິນຄໍ່າທ່າມກາງມາດຕະການປິດປະເທດເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ-19.

 ຕາມຂ່າວຕ່າງປະເທດລາຍ ງານວ່າ ຜູ້ປະທ້ວງເປີດເຜີຍວ່າ ພວກເຂົາບໍ່ໄດ້ຄັດຄ້ານມາດຕະການເວັ້ນໄລຍະຫ່າງທາງສັງຄົມ,ບໍ່ໄດ້ຕໍ່ຕ້ານການກັກຕົວຢູ່ເຮືອນ ແຕ່ ພວກເຂົາປະທ້ວງສະພາບຄວາມ ເປັນຢູ່ທີ່ຍາກລໍາບາກຕໍ່ການດຳລົງ ຊີວິດເມື່ອ ມີມາດຕະການເຫຼົ່ານີ້ ຊຶ່ງ ການຊຸມນຸມເລີ່່ມທະວີຄວາມຮຸນ ແຮງຂຶ້ນກາຍເປັນການຕໍ່ສູ້ກັນເມື່ອ ເຈົ້າໜ້າທີ່ຕຳຫຼວດສະລາຍການຊຸມນຸມດ້ວຍການສີດນໍ້າແຮງດັນສູງ ຜູ້ຊຸມໜຸມຈຶ່ງດຶກກ້ອນຫີນ, ລະເບີດໄຟ ແລະຈູດໄຟສ້າງສິ່ງກີດຂວາງ ຕາມທ້ອງຖະໜົນ. ການຕໍ່ສູ້ກັນມີ ຂຶ້ນພຽງ 1 ວັນ ຫຼັງຈາກກຜູ້ນໍາຊີລີ ອອກຖະແຫຼງການ ເພື່ອຊີ້ແຈງ ກ່ຽວກັບໂຄງການໃຫ້ຄວາມຊ່ວຍ ເຫຼືອປະຊາຊົນ ຊຶ່ງລວມມີ: ແຈກ ກະຕ່າອາຫານ ແລະເຄື່ອງຂອງທີ່ ຈຳເປັນ 2,5 ລ້ານຊຸດ ມອບໃຫ້ກັບຄອບຄົວທີ່ທຸກຍາກ ແລະຜູ້ມີລາຍ ໄດ້ລະດັບປານກາງ.

 ມາດຕະການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ- 19 ສົ່ງຜົນກະທົບຕໍ່ຄົນທຸກຍາກ ແລະຜູ້ມີລາຍໄດ້ນ້ອຍໃນຊີລີການບໍ່ມີ ວຽກເຮັດຊຶ່ງເກີດຈາກມາດຕະການປິດປະເທດເຮັດໃຫ້ພວກເຂົາຂາດລາຍໄດ້ ແລະຕ້ອງການຄວາມ ຊ່ວຍເຫຼືອຈາກລັັດຖະບານຢ່າງ ເລັ່ງດ່ວນທັງນີ້ພົບວ່າຊີລີມີຜູ້ຕິດ ເຊື້ອໂຄວິດແລ້ວ 46.059 ຄົນ ແລະເສຍຊີວິດ 478 ຄົນ.

-------

ໜັງສືພິມເສດຖະກິດ-ສັງຄົມ