ກົວຟູ່ເສີງ ຈັດຄອນເສີີດການກຸສົນອອນລາຍ

  ກົວຟູ່ເສີງ ໜຶ່່ງໃນ 4 ນັກຮ້ອງ-ນັກສະແດງໂດ່ງດັງໃນຮົົງກົງ (ສປ ຈີນ) ຈັດຄອນເສີດການກຸສົນອອນລາຍໃນທ້າຍອາທິດທີ່ ຜ່ານມາ ໂດຍມີຜູ້ເຂົ້າຊົມທາງເຟຊ ບຸກຫຼາຍກວ່າ 2,6 ລ້ານຄົນ ແລະ ຮັບຊົມຜ່ານຢູທູບອີກຫຼາຍກວ່າ 1,1 ລ້ານຄົນ.

  ນັກຮ້ອງ-ນັກສະແດງລຸ້ນໃຫຍ່ ອາຍຸ 54 ປີ ພາແດນເຊີນັບຮ້ອຍ ຄົນທີ່ໃສ່ຜ້າປິດປາກ-ດັງມາຮ້ອງເຕັ້ນແລ່ນໂຊກັນເທີງດາດຟ້າຂອງຫ້າງຊັບພະສິນຄ້າຂອງເກາະຮົງກົງ ໂດຍບໍ່ມີແສງ, ສີ ຫຼື ເສື້ອຜ້າ ອະລັງການຄືດັ່ງທີ່ຜ່ານມາມີພຽງ ເພງດັງທີ່ລາວເລືອກມາມອບໃຫ້ແຟນໆເພງຕະຫຼອດ 1 ຊົ່ວໂມງ ສິ່ງທີ່ພິເສດທີ່ສຸດຄືການທີ່ລາວ ຍອມໃຫ້ລູກສາວກົກຂອງລາວອາຍຸ 3 ປີຊື່” Chantelle ອອກສື່ ເປັນຄັ້ງທຳອິດເຖິງແມ່ນວ່າຈະໃສ່ ຜ້າປິດປາກຢູ່ກໍຕາມ, ກົວຟູ່ເສີງ ຍັງລະນຶກເຖິງແມ່ທີ່ລ່ວງລັບໄປໃນເດືອນກຸມພາ ທີ່ຜ່ານມາວ່າແມ່ຄືແຮງຊຸກຍູ້ສຳຄັນທີ່ເຮັດໃຫ້ລາວ ທຸ່ມເທໃຫ້ງານການກຸສົນ ຊຶ່ງຄອນເສີດອອນລາຍນີ້ກໍສາມາດລວບລວມເງິນໄດ້ຫຼາຍກວ່າ 1 ລ້ານໂດລາຮົງກົງ ເພື່ອນໍາເງິນໄປຊ່ວຍເຫຼືອສີລະປິນ ແລະແດນເຊີທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19.

-------

ຮຽບຮຽງໂດຍ: ແກ້ວ