ໄຊຍະບູລີເກັບລາຍຮັບພາຍໃນບໍ່ບັນລຸແຜນ

   ທ່ານ ບຸນແທນ ທິແກ້ວ ກຳມະການພັກແຂວງຫົວໜ້າພະແນກການເງິນແຂວງໄດ້ກ່າວຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຊຸດທີ I ກ່ຽວກັບການປະຕິບັດແຜນລາຍຮັບປະຈຳປີ 2018 ໂດຍລວມເຫັນວ່າປະຕິບັດໄດ້ຕາມຄາດໝາຍແຕ່ພາກລາຍຮັບພາຍໃນຂອງແຂວງຍັງບໍ່ບັນລຸ, ໂດຍລວມແລ້ວແຜນງົບປະມານແຫ່ງລັດປະຈຳປີ 2018 ເຫັນວ່າຍັງມີຫຼາຍດ້ານທີ່ພົບຄວາມຫຍຸ້ງຍາກ ແລະທ້າທາຍສູງ. ບັນຫາລວມຍັງເປັນແຜນ ທີ່ສືບຕໍ່ແກ້ໄຂສະພາບຄວາມຝືດເຄືອງທາງດ້ານງົບປະມານການເງິນ-ງົບປະມານທີ່ເກີດຂຶ້ນແຜນງົບປະມານຍັງເປັນແຜນງົບປະມານທີ່ຂາດດຸນສູງລາຍຮັບບໍ່ກຸ້ມ ລາຍຈ່າຍຕ້ອງໄດ້ຮັບການດຸ່ນດ່ຽງຈາກງົບປະມານສູນກາງຫຼາຍກວ່າ 50% ຂອງແຜນລາຍຈ່າຍທັງໝົດທົ່ວແຂວງ. ດ້ານແຜນລາຍຮັບງົບປະມານທີ່ໄດ້ ຮັບການມອບໝາຍເປັນແຜນທີ່ກ້າວກະໂດດທີ່ມີຈັງຫວະເພີ່ມຂຶ້ນສູງຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ ເຖິງ 23,67% ຫຼືເທົ່າກັບ 50,45 ຕື້ກີບ, ການປະຕິ ບັດຕົວເລກແຜນການປີ 2018 ລາຍຮັບພາຍໃນມີ 266,24 ຕື້ກີບ ປະຕິບັດໄດ້ 236,74 ຕື້ກີບ ເທົ່າກັບ 88,92% ຂອງແຜນການປີ.ທຽບໃຊ້ປີຜ່ານມາເພີ່ມຂຶ້ນ 6,02% ເທົ່າກັບ 13,44 ຕື້ກີບ ທຽບໃສ່ມະຕິກອງປະຊຸມສະພາສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ 263,52 ຕື້ກີບ ເທົ່າ ກັບ 89,83% ຫຼຸດມະຕິ 10,17% ເທົ່າກັບ 26,78 ຕື້ກີບ.

  ສ່ວນການຈັດຕັ້ງປະຕິບັດແຜນງົບປະມານປີ 2018 ສະເພາະແຜນລາຍຮັບພາຍໃນບໍ່ບັນລຸແຜນການຍ້ອນວ່າການສ້າງຖານລາຍຮັບໃໝ່ພາຍໃນຍັງບໍ່ທັນເພີ່ມຂຶ້ນຫຼາຍ, ແຕ່ແຜນລາຍຮັບປີ 2018 ຍັງເປັນແຜນມອບໝາຍສູ້ຊົນສູງຊຶ່ງບໍ່ໄປຕາມຂໍ້ມູນຖານລາຍຮັບຕົວຈິງທີ່ມີການສຳຫຼວດຂອງແຂວງຖ້າທຽບໃສ່ຖານລາຍຮັບພາຍໃນ ຫຼື ທຽບໃສ່ການປະຕິບັດຕົວຈິງໃນປີ 2017 ເພີ່ມຂຶ້ນ 15,26% ເປັນເງິນ 39 ຕື້ກີບ, ສະເພາະອາກອນຖານລາຍຮັບມີທ່າອຽງຫຼຸດລົງເຊັ່ນ: ກຸ່ມການຄ້ານໍ້າມັນເຊື່ອໄຟ, ກຸ່ມໂທລະຄົມມະນາຄົມ ແລະ 2 ໂຄງການໃຫຍ່ຄື: ໂຄງການໄຟຟ້າຫົງສາ ແລະໂຄງການໄຟຟ້ານ້ຳຂອງຢູ່ໃນໄລຍະໃກ້ຈະສຳເລັດກໍ່ສ້າງໂຄງການ, ການແຈ້ງມອບເໝົາອາກອນທຽບໃສ່ເມື່ອກ່ອນຫຼຸດລົງ 500-700 ລ້ານກີບໃນແຕ່ລະເດືອນຊຶ່ງສົ່ງຜົນໃຫ້ການປະຕິບັດຕົວຈິງດັ່ງນີ້ຕົວເລກແຜນການທັງໝົດ 864,72 ຕື້ກີບ ປະຕິບັດໄດ້ 863,30 ຕື້ກີບ ເທົ່າກັບ 99,84% ຂອງແຜນການປີທຽບໃສ່ປີຜ່ານມາເພີ່ມຂຶ້ນ 12, 38% ເທົ່າກັບ 95,11 ຕື້ກີບ ທຽບໃສ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ 862,04 ຕື້ກີບ ເທົ່າກັບ 100,17% ລື່ນມະຕິເທົ່າກັບ 1,26 ຕື້ກີບ.

  ທ່ານກ່າວຕື່ມວ່າເພື່ອປະຕິບັດແຜນລາຍຮັບປີ 2019 ໃຫ້ບັນລຸຕາມແຜນການດ້ານແຜນລາຍຮັບທັງໝົດ 961,68 ຕື້ກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 11,21% ເປັນເງິນເທົ່າກັບ 96,96 ຕື້ກີບ ໃນນີ້ລາຍຮັບພູດສູນກາງຕົວເລກແຜນການປີ 708,55 ຕື້ກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 18,39% ເທົ່າ ກັບ 110,07 ຕື້ກີບ. ລາຍຮັບພູດທ້ອງຖິ່ນຕົວເລກແຜນການປີ  253,13 ຕື້ກີບ ທຽບໃສ່ປີຜ່ານມາຫຼຸດລົງ 4,92% ເທົ່າກັບ 13,11 ຕື້ກີບ, ໂດຍຈະເລັ່ງໃສ່ຈັດຕັ້ງຜັນຂະຫຍາຍບັນດານິຕິກຳ ແລະກົດໝາຍທີ່ມີການສ້າງ ແລະປັບປຸງໃໝ່ໃຫ້ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງຢ່າງກວ້າງຂວາງເຊັ່ນ: ກົດໝາຍວ່າອາກອນມູນຄ່າເພີ່ມໂດຍຫັນເອົາຫົວໜ່ວຍທຸລະກິດຂະໜາດກາງທີ່ເສຍອາກອນແບບມອບເໝົາໃຫ້ເຂົ້າການຖືບັນຊີຢ່າງໜ້ອຍ 10% ຂອງຈຳນວນຫົວ ໜ່ວຍມອບເໝົາທົ່ວແຂວງ, ປະສານກັບສາຍຕັ້ງຂະແໜງລາຍຮັບເພື່ອຄຸ້ມຄອງຖານລາຍຮັບເຂົ້າໃນລະບົບທັນສະໄໝ ແລະ ສາມາດເຊື່ອມໂຍງກັນໄດ້. ສຳ ຫຼວດຄືນຖານລາຍຮັບຢູ່ບັນດາເມືອງຂອບເຂດພາຍໃນແຂວງເພື່ອຍົກລະດັບຖານຂໍ້ມູນລາຍຮັບໃຫ້ມີຄວາມຊັດເຈນ ແລະສອດຄ່ອງກັບຕົວຈິງ.

  ສະເພາະສ່ວຍສາອາກອນຈະໄດ້ສືບຕໍ່ຫັນການຈັດເກັບລາຍຮັບໃຫ້ໄປສູ່ທັນສະໄໝໂດຍນຳໃຊ້ລະບົບ TMIS ແລະແຈ້ງເສຍຜ່ານລະບົບທະນາຄານ EASYT AX ໃຫ້ໄດ້ 545 ຫົວໜ່ວຂອງຂັ້ນແຂວງຄຸ້ມຄອງ ແລະເມືອງໄຊຍະບູລີ 50 ຫົວໜ່ວຍທີ່ເສຍອາກອນມູນຄ່າເພີ່ມສັ້ນເຂົ້າແບບມີກໍານົດ ແລະຈະລະດົມຫົວ ໜ່ວຍທຸລະກິດທີ່ຢູ່ໃນເທສະບານເມືອງເສຍອາກອນມອບເໝົາໃຫ້ເຂົ້າສູ່ລະບົບ TMIS ບໍ່ໃຫ້ຫຼຸດ 80% ຂອງຫົວໜ່ວຍທັງໝົດ.