ພາຍຸພັດເຂົ້າອິນເດຍ-ບັງກລາເທດ ເສຍຊີວິດ 22 ຄົນ

  ວັນທີ 21 ພຶດສະພາທີ່ຜ່ານມາເກີດເຫດພາຍຸພັດເຂົ້າອິນເດຍ ແລະບັງກລາເທດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ແລະອົບພະຍົບປະຊາຊົນອອກຈາກບ້ານ ເຮືອນໄປອາໄສຢູ່ບ່ອນພັກຊົ່ວຄາວ.

   ຕາມຂ່າວຕ່າງປະເທດລາຍງານວ່າອິນເດຍແລະບັງກລາເທດລາຍງານຜູ້ເສຍຊີວິດລວມກັນຢ່າງໜ້ອຍ 22 ຄົນ ໃນນັ້ນຢູ່ອິນເດຍ 14 ຄົນ ແລະບັງກລາເທດ 8 ຄົນ ຈາກອິດທິພົນຄວາມຮຸນແຮງຂອງພາຍຸຊູບເປີໄຊໂຄລນອຳພັນເປັນຄັ້ງທຳອິດໃນຮອບ 21 ປີທີ່ກໍ່ຕົວຂຶ້ນໃນມະຫາສະໝຸດອິນເດຍຊຶ່ງມີຄວາມໄວລົມສູງສຸດໃກ້ສູນກາງ 190 ກິໂລແມັດຕໍ່ຊົ່ວໂມງທຽບເທົ່າກັບເຮີຣິເຄນລະດັບ 3. ຕາມການວັດແທກພາຍຸຊັບເຟີຊາສັນ (SaffirSimpson) ໄດ້ເຄື່ອນຕົວຈາກອ່າວເບັງກໍລໃນມະຫາສະ ມຸດອິນເດຍເຂົ້າສູ່ແຜ່ນດິນໃຫຍ່ຢູ່ລັດເບັງກໍທາງພາກຕາເວັນຕົກ, ອິດທິພົນຂອງພາຍຸເຮັດໃຫ້ເກີດຝົນຕົກຢ່າງໜັກເປັນບໍລິເວນກວ້າງບາງຈຸດມີນໍ້າຖ້ວມກະທັນຫັນ ແລະດິນເຈື່ອນໃນຫຼາຍພື້ນທີ່, ເຈົ້າໜ້າທ່ີກູ້ໄພໄດ້ຍົກຍ້າຍປະຊາຊົນຫຼາຍກວ່າ 2,6 ລ້ານຄົນ ໄປຢູ່ໃນເຂດທີ່ປອດໄພແລ້ວ.

 ພາຍຸທີ່ເກີດຂຶ້ນໃນອິນເດຍ ແລະບັງກລາເທດນອກຈາກຈະເຮັດໃຫ້ບ້ານເຮືອນປະຊາຊົນເສຍຫາຍຕົ້ນໄມ້ຫັກຫຼາຍພື້ນທີ່ບໍ່ມີກະແສໄຟຟ້າ ແລະຂົວເປ່ເພເສຍຫາຍແລ້ວປະຊາຊົນຍັງໄດ້ຮັບຜົນກະທົບໜັກຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

___________

ໜັງສືພິມເສດຖະກິດ-ສັງຄົມ