ການຜະລິດໄຟຟ້າຈາກພະລັງງານທົດແທນທົ່ວໂລກເພີ່ມຂຶ້ນ

  ໄອອີເອ ຄາດຄະເນວ່າ ກຳ ລັງການຜະລິດໄຟຟ້າຈາກພະລັງ ງານທົດແທນທົ່ວໂລກເພີ່ມຂຶ້ນ 167 ກິກາວັດ ເນື່ອງຈາກການ ເຕີບໂຕຂອງເສດຖະກິດຊຸດໂຊມ ລົງຈາກເຊື້ອໂຄວິດ-19.

 ຕາມຂ່າວຕ່າງປະເທດລາຍ ງານວ່າ ຜົນການສຳຫຼວດຈາກອົງ ການພະລັງງານສາກົນ (ໄອອີ ເອ) ລາຍງານໃນວັນທີ 20 ເດືອນ ພືດສະພາວ່າ: ປະເທດຕ່າງໆໃນ ທົ່ວໂລກໄດ້ຫຼຸດຜ່ອນການກໍ່ສ້າງແຫຼ່ງຜະລິດໄຟຟ້າຈາກພະລັງງານທົດແທນຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ກຳລັງການຜະລິດໄຟຟ້າຈາກພະລັງງານທົດແທນຫຼຸຸດລົງເປັນຄັ້ງທຳອິດໃນ ຮອບ 20 ປີ, ປະຈຸບັນທົ່ວໂລກ ໄດ້ມີການກໍ່ສ້າງກັງຫັນຜະລິດໄຟ ຟ້າ, ໂຊລາເຊລ ແລະອຸປະກອນ ຜະລິດໄຟຟ້າຈາກພະລັງງານທົດ ແທນໃນອັດຕາທີ່ຫຼຸດລົງເມື່ອປີກາຍ ນີ້ເນື່ອງຈາກການຈະເລີນເຕີບໃຫຍ່ ຂອງເສດຖະກິດໄດ້ຊຸດໂຊມລົງ ຈາກການແຜ່ລະບາດຂອງພະຍາດ ສົ່ງຜົນກະທົບຕໍ່ຄວາມຕ້ອງການ ພະລັງງານ ລວມເຖິງມາດຕະການ ປິດປະເທດສົ່ງຜົນຕໍ່ຂະບວນການ ກໍ່ສ້າງ, ນອກຈາກນັ້ນອົງການພະລັງງານສາກົນຄາດວ່າ: ໃນປີນີ້ ກຳລັງການຜະລິດໄຟຟ້າຈາກພະລັງງານທົດແທນທົ່ວໂລກຈະເພີ່ມ ຂຶ້ນ 167 ກິໂລວັດ .

 ຢ່າງໃດກໍຕາມອັັດຕາການເຕີບ ໂຕຫຼຸດລົງ 13% ຈາກອັດຕາການ ເຕີບໂຕຂອງໃນປີ 2019 ຊຶ່ງ ນັບເປັນເທື່ອທຳອິດໃນຮອບ 20 ປີ ທີ່ກຳລັງການຜະລິດມີອັດຕາ ການເຕີບໂຕຫຼຸດລົງໃນກໍລະນີດັ່ງ ກ່າວທາງໄອອີເອຄາດວ່າ ອັດຕາ ການເຕີບໂຕອາດຈະຟື້ນຟູອີກຄັ້ງ ໃນປີໜ້າພາຍຫຼັງມີການຫຼຸດຜ່ອນມາດຕະການປິດປະເທດ.

------

ໜັງສືພິມເສດຖະກິດ-ສັງຄົມ