ເຂື່ອນແຕກ 2 ແຫ່ງໃນອາເມລິກາ

  ນໍ້າຈາກເຂື່ອນແຕກ 2 ແຫ່ງໄຫຼເຂົ້າຖ້ວມຕົວເມືອງໃນລັດມີຊິແກນຂອງອາເມລິກາເຮັດໃຫ້ປະຊາຊົນຫຼາຍພັນຄົນຕ້ອງຍົກຍ້າຍອອກຈາກເຮືອນ ແລະມວນນໍ້າພວມຈະເຂົ້າຖ້ວມໂຮງງານເຄມີຂອງດາວເຄມີຄໍລ (Dow Che mical Factory) ທີ່ຢູ່ຖັດຈາກແຫຼ່ງກຳຈັດຂີ້ເຫຍື້ອອັນຕະລາຍ.

  ຕາມຂ່າວຕ່າງປະເທດລາຍງານວ່າດ້ານສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງອາເມລິກາໄດ້ອອກປະກາດເຕືອນໄພນໍ້າຖ້ວມທີ່ເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນເມື່ອລະດັບນໍ້າຂອງແມ່ ນໍ້າທິທາບາວາສະຊີ (Thitaba wassi River) ໄດ້ເພີ່ມຂຶ້ນສູ່ລະດັບສູງສຸດໃນປະຫວັດສາດ, ຂະນະທີ່ປະທານຄະນະກຳມະການບໍລິຫານຂອງມິດແລນເປີດເຜີຍວ່າ: ຍັງບໍ່ມີລາຍງານມີຜູ້ບາດເຈັບ,ແຕ່ຢ່າງໃດກໍ່ຕາມອຸທົກກະໄພຄັ້ງນີ້ຖືເປັນຄວາມທ້າທາຍຄັ້ງສຳຄັນຂອງທາງການທີ່ພວມຮັບມືກັບການລະບາດຂອງເຊື້ອພະຍາດໂຄວິດ-19 ອີກດ້ວຍຜູ້ວ່າການລັດມິຊິແກນໄດ້ຂໍຄວາມຊ່ວຍເຫຼືອຈາກລັດຖະບານກາງແລ້ວ.

  ສ່ວນ ທ່ານ ໂດນັລທຣຳ ປະທານາທິບໍດີອາເມລິກາມີກຳນົດຈະໄປຢ້ຽມຢາມໂຮງງານຜະລິດລົດໃຫຍ່ຍີ່ຫໍ້ຟອດຢູ່ລັດມິຊິແກນໃນມື້ນີ້ ແລະໄດ້ສົ່ງໜ່ວຍງານຈາກສຳນັກຈັດການເຫດສຸກເສີນກາງ (FEMA) ແລະກອງທັບໄປຍັງພື້ນທີ່ນໍ້າຖ້ວມແລ້ວເພື່ອໃຫ້ການຊ່ວຍເຫຼືອພ້ອມທັງຫຼຸດຜ່ອນຄຳສັ່ງໃຫ້ຢູ່ແຕ່ໃນເຮືອນແລ້ວ

____________

ໜັງສືພິມເສດຖະກິດ-ສັງຄົມ