ພານາໂຊນິກຍ້າຍສະຖານທີ່ການຜະລິດໄປຫຽວດນາມ

             ບໍລິສັດ ພານາໂຊນິກ ສັ່ງຍ້າຍສະຖານທີ່ການຜະລິດຈັກຊັກ ເຄື່ອງຈາກໄທມຸ່ງສູ່ ສສ ຫວຽດນາມ ໂດຍມີຜົນໃນເດືອນກັນຍານີ້.

  ຕາມຂ່າວຕ່າງປະເທດລາຍ ງານວ່າ ພານາໂຊນິກຜູ້ຜະລິດເຄື່ອງໃຊ້ໄຟຟ້າຊື່ດັງຂອງຍີ່ປຸ່ນ ກຽມປິດໂຮງງານຜະລິດເຄື່ອງໃຊ້ ໄຟຟ້າຂະໜາດໃຫຍ່ແຫ່ງໜຶ່ງຢູ່ ເຂດນອກນະຄອນຫຼວງບາງກອກຂອງໄທ ພາຍໃນໄຕມາດ 3 ຂອງປີນີ້ ແລະກຽມຕັ້ງໂຮງງານຜະລິດຂະໜາດໃຫຍ່ກວ່າໃນຫວຽດນາມ ເພື່ອເພີ່ມປະສິດທິພາບໃນການຜະລິດ, ຊຶ່ງໂຮງງານດັ່ງກ່າວຈະຢຸດຜະລິດ ຈັກຊັກເຄື່ອງໃນໄທເດືອນກັນຍາ ແລະຕູ້ເຢັນໃນເດືອນຕຸລາຂອງປີນີ້ ກ່ອນຈະປິດອາຄານໂຮງງານໃນເດືອນ ມີນາປີໜ້າ ຂະນະດຽວກັນສູນວິໄຈ ແລະພັດທະນະທີ່ຢູ່ອາຄານດ້ານຂ້າງກັນກໍຈະປິດສ່ວນສາເຫດທີ່ຍ້າຍ ການຜະລິດໄປຍັງຫວຽດນາມຄັ້ງນີ້ ຄາດວ່າຈະຊ່ວຍຫຼຸດຕົ້ນທຶນໃນການຜະລິດໃຫ້ກັບບໍລິສັດໄດ້ລະດັບໜຶ່ງ ເພາະຕົ້ນທຶນການຈັດຊື້ອາໄຫຼ ແລະອຸປະກອນໃນຫວຽດນາມຕໍ່າກວ່າໄທ ຊຶ່ງຫຼາຍປີທີ່ຜ່ານມາບໍລິສັດຕ່າງ ປະເທດຫຼາຍແຫ່ງເຊັ່ນ: ຊໍາຊຸງ, ແອລຈີ ກຣຸບ ແລະຜູ້ຜະລິດຈາກຍີ່ປຸ່ນຈຳນວນຫຼາຍເລີ່ມຍ້າຍສະຖານທີ່ການຜະລິດໄປຍັງຫວຽດນາມ, ສຳລັບໂຮງງານໃນໄທມີພະນັກກງານ 800 ຄົນ ຖືກປົດອອກຈາກວຽກແຕ່ຈະໄດ້ຮັບຄວາມຊ່ວຍເຫຼືອດ້ານຕ່າງໂຮງງານດັ່ງກ່າວຕັ້ງຂຶ້ນໃນໄທປີ 1979 ເມື່ອຍ້າຍໄປຫວຽດນາມພານາໂຊນິກມີແຜນຜະລິດເຄື່ອງໃຊ້ໄຟຟ້າຂະໜາດໃຫຍ່ເຊັ່ນ: ຕູ້ເຢັັນ, ຈັກຊັກເຄື່ອງ, ໂທລະພາບ, ໂທລະສັບມືຖື, ຕູ້ເອທີເອັມ ແລະອຸປະກອນອຸດສາຫະກຳຕ່າງໆ.

 ການຍ້າຍໂຮງງານດັ່ງກກ່າວ ເເປັນສ່ວນໜຶ່ງຂອງແຜນການປັບໂຄງສ້າງອົງກອນຂອງພານາໂຊນິກ ໂດຍມີເປົ້າໝາຍຫຼຸດຄ່າໃຊ້ຈ່າຍລົງ 930 ລ້ານໂດລາສະຫະລັດ ພາຍໃນປີ 2022 ຊຶ່ງລວມທັງການປ່ຽນແປງ ລາຍການຜະລິດເຄື່ອງໃຊ້ໄຟຟ້າອີກດ້ວຍໃນອະນາຄົດ.

-----------

ໜັງສືພິມເສດຖະກິດ-ສັງຄົມ