ການນຳແຂວງອຸດົມໄຊ ໂອ້ລົມແຮງງານທີ່ຖືກກັກບໍລິເວນກ່ອນສົ່ງກັບຄືນສູ່ຄອບຄົບ

 ວັນທີ 19 ພຶດສະພາຜ່ານມາທີ່ສູນກັກກັນແຮງງານທີ່ມາແຕ່ຕ່າງປະເທດຂອງແຂວງອຸດົມໄຊ ທ່ານ ວັນນາ ແກ້ວສັນຕິຮັກສາ ການປະທານແນວລາວສ້າງຊາດແຂວງອຸດົມໄຊ ທັງເປັນຫົວໜ້າຄະນະກຳມະການໂຄສະນາການປ້ອງກັນຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ ຫຼືໂຄວິດ-19 ພ້ອມດ້ວຍຄະນະສະເພາະກິດຂອງແຂວງໄດ້ເຂົ້າພົບປະໂອ້ລົມກັບແຮງງານລາວທີ່ຖືກກັກກັນຄົບຕາມກຳນົດເວລາກ່ອນສົ່ງກັບຄືນສູ່ຄອບຄົວໂດຍມີຂະແໜງການທີ່ກ່ຽວຂ້ອງ ແລະແຮງງານທີ່ກັກບໍລິເວນຕາມກຳນົດເວລາເຂົ້າຮ່ວມ.


  ກ່ອນອື່ນໝົດທ່ານພ້ອມດ້ວຍຄະນະກໍໄດ້ຮັບຟັງການລາຍງານສະພາບການຕິດຕາມແຮງງານລາວທີ່ມາຈາກຕ່າງປະເທດ ແລະຕ່າງແຂວງທີ່ມີຄວາມສ່ຽງໃນຈຳນວນ 100 ກວ່າຄົນ ທີ່ໄດ້ກັກບໍລິເວນຄົບຕາມກຳນົດເວລາຜ່ານການຕິດຕາມກວດກາໃນໄລຍະກັກບໍລິເວນແມ່ນບໍ່ພົບກໍລະນີອາການສົງໄສ ແລະຄ້າຍຄືອາການຂອງພະຍາດໂຄວິດ-19 ແຕ່ລະຄົນແມ່ນມີສຸຂະພາບແຂງແຮງດີດັ່ງນັ້ນຈື່ງໄດ້ສະເໜີອະນຸມັດໃຫ້ກັບຄືນສູ່ຄອບຄົວ ແລະສັງຄົມ.


 ໃນໂອກາດນີ້ທ່ານ ວັນນາ ແກ້ວສັນຕິ ຕາງໜ້າໃຫ້ແກ່ການນຳຂອງແຂວງກໍໄດ້ມີຄຳເຫັນໂອ້ລົມ ແລະອະທິບາຍໃຫ້ແຮງງານທີ່ມາເກັບຕົວຢູ່ສູນໄດ້ຮັບຮູ້ ແລະເຂົ້າໃຈເຖີງ ຄວາມເປັນຫ່ວງເປັນໄຍຂອງການນຳພັກ-ລັດ ທີ່ມີຄວາມເປັນຫ່ວງເປັນໄຍຕໍ່ກັບຊີວິດຂອງບຸກຄົນຄອບຄົວ ແລະສັງຄົມເພື່ອປ້ອງກັນບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ-19 ພ້ອມດຽວກັນນີ້ກໍໄດ້ ຍົກໃຫ້ຮູ້ເຖີງຄວາມອັນຕະລາຍ ແລະມາດຕະການໃນການປ້ອງກັນພະຍາດໂຄວິດ-19 ເພື່ອມີສະຕິໃນ ການປ້ອງກັນຮັບປະກັນບໍ່ໃຫ້ມີ ການລະບາດອອກສູ່ສັງຄົມ, ທີ່ສຳຄັນທ່ານກໍໄດ້ເນັ້ນໃຫ້ແຮງງານທີ່ຈະກັບຄືນສູ່ຄອບຄົວ ແລະ ສັງຄົມຄັ້ງນີ້ໃຫ້ເອົາໃຈໃສ່ສືບຕໍ່ຕິດຕາມສຸຂະພາບຂອງຕົນ ແລະ ປະຕິບັດ ມາດຕະການໃນການປ້ອງກັນໃຫ້ໄດ້ຮັບຜົນດີດຳລົງຊີວິດໃຫ້ເປັນປົກກະຕິນຳເອົາບົດຮຽນປະສົບການທີ່ໄດ້ຮັບຈາກການໄປອອກແຮງງານຢູ່ຕ່າງປະເທດມາພັດທະນາຊີວິດການເປັນຢູ່ຂອງຕົນກໍຄືຄອບຄົວໃຫ້ນັບມື້ດີຂຶ້ນຮູ້ຈັກເລືອກເຟັ້ນເອົາບົດຮຽນທີ່ດີມີຄຸນຄ່າເພື່ອໝູນໃຊ້ເຂົ້າໃນຊີວິດຕົວຈິງໃຫ້ຖືກຕ້ອງຕາມຮີດຄອງປະເພນີກໍຄືລະບຽບກົດ ໝາຍຂອງບ້ານເມືອງ.


 ນອກຈາກນີ້ທ່ານກໍຍັງໄດ້ສະແດງຄວາມເປັນຫ່ວງຕໍ່ກັບຊີວິດການເປັນຢູ່ຂອງແຮງງານທີ່ກັບມາຈາກຕ່າງປະເທດກໍຄືຜູ້ທີ່ມີຄວາມຄິດຈະໄປອອກແຮງງານຢູ່ຕ່າງປະເທດຕ້ອງມີສະຕິລະວັງຕົວສູງກ່ອນທີ່ຈະໄປອອກແຮງງານຢູ່ຕ່າງປະເທດກໍຕ້ອງໄດ້ປະຕິບັດຕາມລະບຽບຫຼັກການຢ່າງຖືກຕ້ອງເພື່ອຫຼີກລ້ຽງບັນຫາ ແລະ ສ້າງຜົນເສຍຫາຍຕາມມາ.

______________

ຂຽນໂດຍ: ສີຈັນ ເກດວົງສາ 

ພາບແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ