ຈີນບໍ່ຕັ້ງເປົ້າໝາຍການເຕີບໂຕເສດຖະກິດ

 ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາຜູ້ແທນປະຊາຊົນທົ່ວປະເທດ ສປ ຈີນ ຊຸດທີ 13 ໄດ້ ໄຂຂຶ້ນຢ່າງເປັນທາງການໃນວັນທີ 22 ພຶດສະພາພາຍ ຫຼັງທີ່ໂຈະໄວ້ມາເປັນເວລາ 2 ເດືອນເຄິ່ງ ຍ້ອນໂລກລະບາດໂຄວິດ-19.

 ຕາມຂ່າວຕ່າງປະເທດລາຍງານວ່າເປີດສາກກອງປະຊຸມ, ບັນດາການນຳພັກ, ລັດ,ລັດຖະບານ ແລະສະມາຊິກສະພາແຫ່ງຊາດຈີນທີ່ເຂົ້າຮ່ວມກອງປະ ຊຸມໄດ້ກົ້ມຫົວໄຫວ້ອາໄລຕໍ່ດວງວິນ ຍານຂອງຜູ້ຖືກເຄາະຮ້າຍຈາກໂລກລະບາດໂຄວິດ-19 ເປັນເວລາ 1 ນາທີ.ຕໍ່ຈາກນັ້ນ,ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ ໄດ້ນຳສະເໜີ “ບົດລາຍງານວຽກງານລັດຖະບານ “ໃນນັ້ນໄດ້ຢືນ ຢັນວ່າ, ຈີນ ບັນລຸໄດ້ “ຜົນງານຍຸດທະສາດສຳ ຄັນ” ໃນການຕໍ່ສູ້ຕ້ານໂລກລະບາດ, ເຖິງຢ່າງໃດກໍຕາມຕໍ່ໜ້າ “ສະພາບຊຸດໂຊມຢ່າງຮ້າຍແຮງ” ຂອງພື້ນຖານເສດຖະກິດໂລກຍ້ອນໂລກລະບາດກໍ່ຂຶ້ນນັ້ນ, ການພັດທະນາຂອງຈີນ ພວມປະເຊີນໜ້າກັບບັນດາ “ຄວາມສ່ຽງທ້າທາຍທີ່ບໍ່ເຄີຍມີມາກ່ອນ”ໃນໄລຍະປະຈຸບັນແລະໃນໄລຍະຈະມາເຖິງ.

 ນີ້ແມ່ນຄັ້ງທຳອິດທີ່ລັດຖະບານຈີນ ບໍ່ຕັ້ງເປົ້າໝາຍເຕີບໂຕລະອຽດຂອງພື້ນຖານເສດຖະກິດໃນປີ ພາຍຫຼັງເປັນເວລາຫຼາຍປີເມື່ອອະທິບາຍກ່ຽວກັບສິ່ງດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ, ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າບໍ່ຍົກອອກເປົ້າໝາຍລະອຽດກ່ຽວກັບລະດັບເຕີບໂຕເສດຖະກິດໃນປີນີ້,ຕົ້ນຕໍແມ່ນຍ້ອນບໍ່ສາມາດກຳນົດສະພາບການໂລກລະບາດທົ່ວໂລກໄດ້,ການພັດທະນາຂອງຈີນພວມປະເຊີນໜ້າກັບບັນດາປັດໄຈຍາກທີ່ຈະຄາດຄະເນໄດ້ ກອງປະຊຸມຄັ້ງນີ້ຈະຖືກດຳເນີນໃນເວລາ 7 ວັນ, ແທນທີ່ຈະດຳເນີນໃນເວລາ 10 ວັນຄືທຸກປີ.

--------

ໜັງສືພິມເສດຖະກິເ-ສັງຄົມ