ເຮືອບິນຕົກໃນປາກິດສະຖານ ເສຍຊີວິດ 97 ຄົນ

  ເຮືອບິນໂດຍສານຂອງປາກິດສະຖານຕົກໃນເຂດຊຸມຊົນໃນວັນທີ 22 ພຶດສະພາທີ່ຜ່ານມາຂະນະທີ່ມີຜູ້ໂດຍສານ 99 ຄົນເຮັດໃຫ້ມີຜູ້ເສຍຊີວິດ 97 ຄົນ.

  ຕາມຂ່າວຕ່າງປະເທດລາຍງານວ່າເຈົ້າໜ້າທີ່ປາກິດສະຖານໃຫ້ຮູ້ວ່າເກີດເຫດເຮືອບິນໂດຍສານຂອງສາຍການບິນປາກິດສະຖານອິນເຕີເນເຊີແນວແອຣລາຍ ຫຼືພີໄອເອ ປະກອບດ້ວຍຜູ້ໂດຍສານ ແລະຈຸບິນ 99 ຄົນ ໄດ້ຕົກລົງໃນບໍລິເວນທີ່ພັກອາໄສຂອງປະຊາຊົນຢູ່ນະຄອນກາຣາຈີ ທາງພາກໃຕ້ຂອງປະເທດນີ້ເຮັດໃຫ້ມີຜູ້ເສຍຊີວິດ 97 ຄົນ ແລະລອດຊີວິດ 2 ຄົນເຮືອບິນລຳນີ້ເດີນທາງມາຈາກເມືອງລະຮອນເພື່ອມຸ້ງໜ້າໄປຍັງນະຄອນກາຣາຈີໂດຍເປັນເຮືອບິນໂດຍສານຂອງບໍລິສັດແອຣບັສ ລຸ້ນ ເອ320 ໂຄສົກຂອງສາຍການບິນພີໄອເອກ່າວວ່າການຕິດຕໍ່ຄັ້ງສຸດທ້າຍຈາກນັກບິນລະບຸວ່າເຮືອບິນລຳນີ້ມີການຂັດຂ້ອງດ້ານເຕັກນິກເຫດການຄັ້ງນີ້ໄດ້ເກີດຂຶ້ນພາຍຫຼັງປາກິດສະ ຖານໄດ້ເລີ່ມອະນຸມັດໃຫ້ບໍລິການອີກຄັ້ງຫຼັງຈາກມີຄຳສັ່ງປິດການບໍລິການເນື່ອງຈາກມາດຕະການປິດເມືອງ ຫຼືລ໋ອກດາວຈາກການແຜ່ລະບາດຂອງພະຍາດໂຄວິດ-19.

 ໂມຮໍາໝັດຊູບາອີ ວິິສາວະກອນໜຸ່ມອາຍຸ 24 ປີ ໜຶ່ງໃນຜູ້ລອດຊີວິດຈາກເຫດການເຮືອບິນຕົກໃນປາກິດສະຖານເລົ່າວ່າລາວໂດດອອກຈາກຊາກເຮືອບິນທີ່ໄຟກຳລັງລຸກໄໝ້ຫຼັງຈາກເຮືອບິນຕົກໃນເຂດຊຸມຊົນ.

__________

ໜັງສືພິມເສດຖະກິດ-ສັງຄົມ