ໄອຍະການ ເຜີຍແຜ່ປຶ້ມຄູ່ມືການຕິດຕາມກວດກາ ການດຳເນີນຄະດີເດັກ

  ວັນທີ 20 ພຶດສະພາ ຜ່ານມາທີ່ຫ້ອງປະຊຸມອົງການໄອຍະການແຂວງອຸດົມໄຊອົງການໄອຍະການປະຊາຊົນສູງສຸດໄດ້ລົງເຜີຍແຜ່ປຶ້ມຄູ່ມືການຕິດຕາມກວດກາການດຳເນີນຄະດີເດັກໂດຍມີທ່ານ ນາງ ບຸນໄທ ປັນແກ້ວ ຫົວໜ້າກົມແຜນການ ແລະການຮ່ວມມືສາກົນອົງການໄອຍະການປະຊາຊົນສູງສຸດພ້ອມດ້ວຍທີມງານວິຊາການທີ່ມາຈາກກົມແຜນການ ແລະການຮ່ວມມືສາກົນອົງການໄອຍະການປະຊາຊົນສູງສຸດ ແລະພະນັກງານວິຊາການຈາກອົງການໄອຍະການປະຊາຊົນແຂວງອຸດົມໄຊ-ໄອຍະການເຂດພາຍໃນແຂວງອຸດົມໄຊເຂົ້າຮ່ວມ.

ສຳລັບປຶ້ມຄູ່ມືການຕິດຕາມກວດກາການດຳເນີນຄະດີເດັກທີ່ນຳມາເຜີຍແຜ່ຄັ້ງນີ້ແມ່ນມີຄວາມສຳຄັນເປັນຢ່າງຍິ່ງໃຫ້ຜູ້ທີ່ປະຕິບັດໜ້າທີ່ໃນການຕິດຕາມກວດກາການດຳເນີນຄະດີເດັກໄດ້ຖືເອົາເປັນບ່ອນອີງໃນການຈັດຕັ້ງເຄື່ອນໄຫວຊຶ່ງໃນປຶ້ມຄູ່ມືປະກອບມີເນື້ອໃນທີ່ສຳຄັນກ່ຽວກັບການຕິດຕາມກວດກາ ການແກ້ໄຂຄະດີເດັກເປັນຕົ້ນແມ່ນສົນທິສັນຍາສາກົນ,ກົດໝາຍພາຍໃນທີ່ພົວພັນກັບວຽກງານຍຸຕິທຳສຳລັບເດັກ ແລະວຽກງານແກ້ໄຂຄະດີເດັກ,ການຕິດຕາມກວດກາການດຳເນີນຄະດີເດັກຢູ່ຂັ້ນອົງການໄອຍະການປະຊາຊົນແນໃສ່ສ້າງຄວາມເຂົ້າໃຈ ແລະຄວາມອາດສາມາດໃຫ້ແກ່ພະນັກງານອົງການໄອຍະການປະຊາຊົນຂັ້ນແຂວງໃນການຕິດຕາມກວດກາການດຳເນີນຄະດີເດັກໃຫ້ຖືກຕ້ອງຕາມກົດໝາຍ ໃນສະເພາະໜ້າ ແລະຍາວນານ.

 ໂອກາດນີ້ທ່ານ ນາງບຸນໄທ ປັນແກ້ວ ກໍຍັງໄດ້ຮຽກຮ້ອງມາຍັງພະນັກງານອົງການໄອຍະການປະຊາຊົນນຳເອົາເນື້ອໃນຈິດໃຈຂອງປຶ້ມຄູ່ມືສະບັບນີ້ໄປຈັດຕັ້ງຜັນຂະຫຍ າຍເຂົ້າໃນການປະຕິບັດວຽກງານຕົວຈິງໃນການຕິດຕາມກວດກາການດຳເນີນຄະດີເດັກໃຫ້ມີຄວາມຖືກຕ້ອງປົກປ້ອງສິດທິຂອງເດັກໃຫ້ສອດຄ່ອງກັບລະບຽບກົດໝາຍ.

----------------

ໂດຍ: ສີຈັນ ເກດວົງສາ