ເມືອງເຊບັ້ງ ໄຟເອົາໃຈໃສ່ປ້ອງກັນພະຍາດໄຂ້ຍຸງ

  ເມືອງເຊບັ້ງໄຟແຂວງຄຳມ່ວນ ໄດ້ສຸມໃສ່ເຝົ້າລະວັງພະຍາດທີ່ເກີດຂຶ້ນຕາມລະດູການພິເສດແມ່ນພະຍາດໄຂ້ຍຸງລາຍໂດຍປະຕິບັດຕາມມາດຕະການ 5 ປໍ ໃນການປາບ ປາມຍຸງລາຍ.

  ດຣ ໄຊສົມຫວັງ ເດດທະວົງສັກ ອຳນວຍການໂຮງໝໍເມືອງເຊບັ້ງໄຟ ແຂວງຄຳມ່ວນ ໄດ້ລາຍງານໃນວັນທີ 28 ພຶດສະພາ 2020 ໃຫ້ຮູ້ວ່າ: ເມືອງເຊບັ້ງໄຟໄດ້ສຸມໃສ່ເຝົ້າລະວັງພະຍາດທີ່ມັກເກີດຂຶ້ນຕາມລະດູການໂດຍສະເພາະແມ່ນພະຍາດໄຂ້ຍຸງລາຍໂດຍໄດ້ສົ່ງຄະນະທີມງານແພດລົງເຄື່ອນໄຫວສຳຫຼວດໜອນນໍ້າໃນແຕ່ລະບ້ານ ພ້ອມທັງແນະນຳໃຫ້ພໍ່ແມ່ປະຊາຊົນອະນາໄມເຮືອນຊານບ້ານຊ່ອງຂອງຕົນເອງ, ທຳລາຍກະໂປະ, ກະປ໋ອງ ແລະພາສະນະກັກຂັງນໍ້າທີ່ເປັນແຫຼ່ງເພາະພັນຂອງຍຸງລາຍ ໂດຍການປະຕິບັດມາດຕະການ 5 ປໍ ໃນການປາບປາມຍຸງລາຍ. ສະເພາະປີ 2020 ພາຍໃນເມືອງເຊບັ້ງໄຟ ແມ່ນໄດ້ພົບເຫັນຜູ້ຕິດເຊື້ອໄຂ້ຍຸງລາຍໃນເລີ່ມເດືອນເມສາ ເປັນຕົ້ນມາຮອດປະຈຸບັນມີຜູ້ຕິດເຊື້ອແລ້ວທັງໝົດ 11 ກໍລະນີ ໃນນັ້ນສາມາດປິ່ນປົວຫາຍດີໝົດແລ້ວ.

  ນອກຈາກໄຂ້ຍຸງລາຍກໍ່ຍັງໄດ້ມີການຕິດຕາມເຝົ້າລະວັງກ່ຽວກັບພະຍາດອື່ນໆ ໂດຍສະເພາະ 17 ພະຍາດທີ່ນອນຢູ່ໃນເປົ້າໝາຍເຝົ້າລະວັງເປັນຕົ້ນ: ພະຍາດຖອກ ທ້ອງ, ອັກເສບປອດ, ທ້ອງບິດ ແລະອື່ນໆ ຖ້າມີການເກີດ 1 ກໍລະນີແມ່ນຕ້ອງໄດ້ມີການສືບສວນສອບສວນຕາມລະບົບລະບາດວິທະຍາ.

-----------------

ຂຽນໂດຍ: ກອງຄຳ

ພາບແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ