ຈີດີພີຫວຽດນາມໃນປີນີ້ຈະເຕີບໂຕສູງກວ່າ 5%

 ການເຕີບໂຕເສດຖະກິດໃນໄຕມາດທີ ມັງກອນ 2020 ຂອງ ສສ ຫວຽດນາມບັນລຸ 3,82%, ໂດຍຂົງເຂດອຸດສາຫະກໍາແລະການກໍ່ສ້າງມີລະດັບການເຕີບໂຕສູງທີ່ສຸດບັນລຸ 5,15%.

 ຕາມຂ່າວສານຫວຽດນາມລາຍງານວ່າ ທ່ານ ຫງວຽນບິກເລິມ ຫົວໜ້າກົມໃຫຍ່ສະຖິຕິສັງກັດກະຊວງແຜນການແລະການລົງທຶນຫວຽດນາມໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດໃນໄຕມາດທີ 1/2020 ຂອງຫວຽດນາມບັນລຸ 3,82%, ຂົງເຂດອຸດສາຫະກໍາແລະການກໍ່ສ້າງມີລະດັບການເຕີບໂຕສູງທີ່ສຸດບັນລຸ 5,15%; ຂົງເຂດການບໍລິການເພີ່ມຂຶ້ນ3,27%...ບົນພື້ນຖານການຄາດຄະເນບັນດາຜົນກະທົບໂດຍທາງກົງແລະທາງອ້ອມຂອງໂລກລະບາດໂຄວິດ - 19 ຕໍ່ພື້ນຖານເສດຖະກິດ, ກົມໃຫຍ່ສະຖິຕິໄດ້ສ້າງ 2 ແຜນການການເຕີບໂຕດ້ວຍການຄາດຄະເນວ່າຖ້າຫາກວ່າໂລກລະບາດໂຄວິດ- 19 ໄດ້ຮັບການຄວບຄຸມຢ່າງທັນການໃນໄຕມາດທີ 2/2020 ຫຼືແກ່ຍາວໄປຮອດໄຕມາດທີ 3/2020 ນັ້ນ, ການເຕີບໂຕ ຈີດີພີຂອງທັງປີຈະບັນລຸຫຼາຍກວ່າ 5%. ນີ້ແມ່ນລະດັບການເຕີບໂຕສູງເມື່ອທຽບໃສ່ບັນດາພື້ນຖານເສດຖະກິດອື່ນໆໃນພາກພື້ນແລະໃນໂລກແລະແມ່ນໄຊຊະນະໃນການຊີ້ນໍາບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ, ກະຊວງ, ຂະແໜງການທຸກຂັ້ນ,ປະຊາຄົມວິສາຫະກິດແລະປະຊາຊົນໃນທົ່ວປະເທດ.

 ເພື່ອໃຫ້ປີ 2020 ບັນລຸລະດັບການເຕີບໂຕ ຈີດີພີຄືດັ່ງຄາດໝາຍທີ່ສະພາແຫ່ງຊາດໄດ້ມອບໝາຍໃຫ້ແມ່ນ 6,8%, ໃນສະພາບການໂລກລະບາດໂຄວິດ- 19, ກົມໃຫຍ່ສະຖິຕິໄດ້ກໍ່ສ້າງແຜນການການເຕີີບໂຕຢ່າງລະອຽດໃຫ້ແກ່ແຕ່ລະຂະແໜງການ, ລັດຖະບານກໍມີມາດຕະການປ່ອຍເງິນລົງທຶນສາທາລະນະທັງໝົດແລະວາງອອກບັນດານະໂຍບາຍກ່ຽວກັບພາສີອາກອນ.. ເພື່ອໜູນຊ່ວຍວິສາຫະກິດ,ຜູ້ຜະລິດດໍາເນີນທຸລະກິດ.

 -----------

ໜັງສືພິມເສດຖະກິດ-ສັງຄົມ