ຍີ່ປຸ່ນພິຈາລະນາຢຸດຕິສາຍການບິນສາກົນ

     ບັນດາບໍລິສັດການບິນຍີ່ປຸ່ນ ໄດ້ຢຸດຕິ ຫຼື ຫຼຸດຖ້ຽວບິນຢູ່ບັນດາສາຍການບິນສາກົນ, ໃນນັ້ນມີສປ ຈີນ, ສ.ເກົາຫຼີ, ເອີຣົບ ແລະ ອາເມລິກາ.

ຕາມຂ່າວຕ່າງປະເທດລາຍງານວ່າບັນດາບໍລິສັດການບິນໃຫຍ່ຂອງຍີ່ປຸ່ນ ໃຫ້ຮູ້ວ່າ, ພວມຄິດໄລ່ເຖິງເລື່ອງຢຸດຕິໂດຍຊົ່ວຄາວ ຫຼື ຫຼຸດຜ່ອນບາງຖ້ຽວບິນສາກົນ, ຍ້ອນກະຊວງການຕ່າງປະເທດຍີ່ປຸ່ນ ຫາກໍ່ຍົກລະດັບຄຳກ່າວເຕືອນກ່ຽວກັບການໄປມາເຖິງທຸກປະເທດໃນໂລກ. ພ້ອມທັງກະຕຸກຊຸກຍູ້ປະຊາຊົນຍີ່ປຸ່ນ ສະກັດກັ້ນການໄປຕ່າງປະເທດຖ້າບໍ່ມີຄວາມຈຳເປັນ,ໃນສະພາບໂລກລະບາດໂຄວິດ-19 ນີ້, ບັນດາບໍລິສັດການບິນຍີ່ປຸ່ນ ໄດ້ຢຸດຕິ ຫຼື ຫຼຸດຖ້ຽວບິນຢູ່ບັນດາສາຍການບິນສາກົນ, ໃນນັ້ນມີຈີນ, ສ.ເກົາຫຼີ, ເອີລົບ ແລະ ອາເມລິກາ.

 ຂະນະທີ່ສະຖານະການການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ໃນຍີ່ປຸ່ນຍັງໜ້າເປັນຫ່ວງ ໂດຍໃນວັນທີ 28 ມີນາ ຕົວເລກຜູ້ຕິດເຊື້ອທົ່ວປະເທດຈຳນວນ 1.724 ຄົນ ເສຍຊີວິດ 55 ຄົນ.

--------

ໜັງສືພິມເສດຖະກິດ-ສັງຄົມ