ຈີນວາງນະໂຍບາຍການເງິນ ເພື່ອໃຫ້ເສດຖະກິດມີຄວາມໝັ້ນທ່ຽງ

  ທ່ານ ເກິງສວງ ໂຄສົກກະຊວງການຕ່າງປະເທດສປ ຈີນກ່າວຢູ່ນະຄອນຫຼວງປັກກິ່ງວ່າ, ພາຍຫຼັງເກີດການແຜ່ລະບາດເຊື້ອໂຄວິດ-19ເປັນຕົ້ນມາ,​ລັດຖະບານໄດ້ອອກແຮງຕໍ່ຕ້ານຢ່າງສຸດຂີດ ໂດຍໄດ້ວາງນະໂຍບາຍການເງິນ ແລະການທະນາຄານຢ່າງເປັນລະບົບເພື່ອເຮັດໃຫ້ເສດຖະກິດ ແລະການປະກອບອາຊີບມີຄວາມໝັ້ນທ່ຽງ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີ.

 ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານເກິງສວງກ່າວວ່າ,​ໃນຂົງເຂດການເງິນ,​ພາກສ່ວນການເງິນຂັ້ນຕ່າງໆຂອງຈີນໄດ້ເບີກງົບປະມານປ້ອງກັນ ແລະຄວບຄຸມເຊື້ອໂຄວິດ-19 ຫຼາຍກວ່າ 121​ ຕື້ຢວນ,​ພ້ອມທັງຈະຫຼຸດອາກອນ ແລະຄ່າທໍານຽມໃຫ້ລົງອີກ 1.000 ຕື້ຢວນ ຊຶ່ງລວມທັງໝົດ 159,3 ຕື້ໂດລາສະຫະລັດ. ໃນຂົງເຂດການທະນາຄານ, ຈີນໄດ້ລົງທຶນ 1.300 ຕື້ໂດລາເປັນເງິນສໍາຮອງ, ເງິນອຸດໜູນການກູ້ຢືມ ແລະອື່ນໆ ຊຶ່ງເທົ່າກັບ184,8 ຕື້ໂດລາ ມູນຄ່າໃນນະໂຍບາຍການເງິນແລະເງິນຕາດັ່ງກ່າວ ລວມເຂົ້າກັນແລ້ວມີປະມານ 344,1 ຕື້ໂດລາ, ມາດຕະການເຫຼົ່ານີ້ກໍາລັງໄດ້ຮັບໝາກຜົນອັນຕັ້ງໜ້າ.ທ່ານເກິງສວງກ່າວວ່າ​, 5.000 ຕື້ໂດລາທີ່ລະບຸໃນຖະແຫຼງການຮ່ວມທີ່ຜ່ານໃນກອງປະຊຸມສຸດຍອດສະໄໝວິສາມັນ G20 ທີ່ຈັດຂຶ້ນໃນວັນທີ 26 ມີນານີ້, ເປັນມູນຄ່າກວມລວມໃນມາດຕະການຂອງປະເທດຕ່າງໆທີ່ໄດ້ປະຕິບັດແລ້ວ ຫຼືກໍາລັງທີ່ຈະປະຕິບັດ.

ມາດຕະການທີ່ກ່ຽວຂ້ອງຂອງຈີນກໍເປັນສ່ວນປະກອບທີ່ສໍາຄັນຂອງໂລກໃນການຮັບມືກັບການແຜ່ລະບາດຂອງເຊື້ອໂຄວິດ-19 ແລະເຮັດໃຫ້ເສດຖະກິດມີຄວາມໝັ້ນທ່ຽງ.

-----------

ໜັງສືພິມເສດຖະກິດ-ສັງຄົມ