ສຶກສາໄຊຍະ ປາຖະກະຖາວັນກຳມະບານລາວ

  ພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 63 ປີ (1 ກຸມພາ 1956-1   ກຸມພາ 2019) ວັນທີ 4 ກຸມພາຜ່ານມາທີ່ຫ້ອງປະ ຊຸມດັ່ງກ່າວໂດຍການໃຫ້ກຽດຂຶ້ນປາຖະກະຖາຂອງທ່ານພັນດວງຕາຮອງຫົວໜ້າພະແນກສຶກສາທິ ການ ແລະກີລາແຂວງ,ສະມາຊິກກຳມະບານພະແນກສຶກສາ ແລະ ກີລາແຂວງ,ໂຮງຮຽນມສ ສົງ,ວິທະຍາໄລຈັນສະໝຸດເຂົ້າຮ່ວມ.

 ໂອກາດນີ້ທ່ານ ພັນ ດວງຕາ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງໄດ້ກ່າວເຖິງມູນ ເຊື້ອຄວາມໝາຍ, ຄວາມສໍາຄັນ,ການເຕີບໃຫຍ່, ການຂະຫຍາຍຕົວຂອງສະຫະພັນກຳມະບານລາວທີ່ມີຜົນງານປະກອບສ່ວນເຂົ້າໃນການປົກປັກຮັກສາພັດທະນາປະ ເທດຊາດໃນໄລຍະກ່ອນ, ມີນ້ຳໃຈເສຍສະຫຼະອັນພິລະອາດຫານເຂົ້າໃນການຕໍ່ສູ້ກູ້ຊາດ, ສຸມທຸກ ເຫື່ອແຮງ ແລະສະຕິປັນຍາເຂົ້າໃນພາລະກິດຂອງປະເທດຊາດມອບໝາຍໃຫ້.ພ້ອມນີ້ທ່ານຍັງໄດ້ຮຽກ ຮ້ອງໃຫ້ພະນັກງານ, ສະມາຊິກກຳ ມະບານເພີ່ມທະວີເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອຊຶ່ງກັນ ແລະກັນພາຍໃນສະມາຊິກກຳມະບານ,ຄວາມຮັບຜິດຊອບຂອງຕົນນຳເອົາເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສູນກາງສະຫະພັນກຳມະບານລາວ ວາງອອກນໍາໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍຢູ່ພາຍໃນວຽກງານທີ່ຕົນຮັບຜິດຊອບໃຫ້ນັບມື້ໄດ້ຮັບ ຜົນເປັນຢ່າງດີ.