ຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກເພີ່ມຂຶ້ນຫຼາຍກວ່າ 7 ແສນຄົນ

 ຈຳນວນຜູ້ຕິດເຊື້ອໄວຣັສໂຄວິດ-19 ທົ່ວໂລກເພີ່ມຂຶ້ນຫຼາຍກວ່າ 7 ແສນຄົນ ແລະມີຜູ້ເສຍຊີວິດຫຼາຍກວ່າ 33.800 ຄົນ ໂດຍອິຕາລີອັນດັບ 1 ຕົວເລກຜູ້ເສຍຊີວິດສ່ວນອາເມລິກາມີຜຸ້ຕິດເຊື້ອຫຼາຍທີ່ສຸດໃນໂລກ.

  ຕາມຂ່າວຕ່າງປະເທດລາຍງານວ່າຈຳນວນຜູ້ຕິດເຊື້ອໂຄວິດ-19ທົ່ວໂລກເພີ່ມຂຶ້ນ 718.600 ຄົນໄປແລ້ວຈົນເຖິງເຊົ້າວັນທີ 30 ມີນາຈາກສະຖິຕິລວບລວມໂດຍມະຫາວິທະຍາໄລຈອນ ຣອບກິນ ສະຖາບັນທາງການແພດຊື່ດັງໃນອາເມລິກາ ໂດຍໄວຣັສໂຄວິດ-19 ຊຶ່ງລະບາດຄັ້ງທໍາອິດໃນເມືອງອູ່ຮັ່ນຂອງສປ ຈີນ ໃນເດືອນທັນວາປີທີ່ຜ່ານມາ ແລະລະບາດລຸກລາມໄປຢ່າງໜ້ອຍ 177 ປະເທດ ແລະດິນແດນທົ່ວໂລກ ຊຶ່ງມີຜູ້ເສຍຊີວິດແລລ້ວຫຼາຍກວ່າ 33.800 ຄົນ ສ່ວນຜູ້ຕິດເຊື້ອທົ່ວໂລກທີ່ປິ່ນປົວດີແລ້ວຢູ່ທີ່ 149.082 ຄົນ, ຊຶ່ງອິຕາລີ, ແອັດສະປາຍ, ຈີນ ແລະອີຣານ ຍັງເປັນປະເທດທີ່ມີຜູ້ເສຍຊີວິດສູງສຸດ ແຕ່ຈຳນວນຜູ້ຕິດເຊື້ອໃນອາເມລິກາເພີ່ມຂຶ້ນມາເປັນອັນດັັບ 1 ຫຼາຍທີ່ສຸດໃນໂລກຢູ່ທີ່ 140.886 ຄົນ ແລະເສຍຊີວິດ 2.467 ຄົນ.

  ອິຕາລີມີຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກຢູ່ທີ່ 10.779 ຄົນ ຈາກຈຳນວນຜູ້ຕິດເຊື້ອເກືອບ 98 ພັນຄົນຂະນະທີ່ແອັດສະປາຍມີຜູ້ເສຍຊີວິດ 6.606 ຄົນ ຈາກຜູ້ຕິດເຊື້ອຫຼາຍກວ່າ 78.700 ຄົນ ສ່ວນຈີນ ມີຜູ້ເສຍຊີວິດ 3.304 ຄົນ ແລະມີຜູ້ຕິດເຊື້ອ 82.100 ຄົນ ຂະນະດຽວກັນອີຣານມີຜູ້ເສຍຊີວິດ 2.640 ຄົນ ຈຳນວນຜູ້ຕິດເຊື້ອ 38.300 ຄົນ.

-------

ໜັງສືພິມເສດຖະກິດ-ສັງຄົມ