ອັງກິດ - ອີຢູຈະດຳເນີນເຈລະຈາດ້ານການຄ້າຕາມແຜນການ

 ອັງກິດປະກາດວ່າບັນດາການເຈລະຈາກ່ຽວກັບການຄ້າລະຫວ່າງປະເທດນີ້ກັບສະຫະພາບເອີຣົບ (EU) ຍັງຄົງຈະດຳເນີນຕາມແຜນການໃນທ້າຍອາທິດໜ້າ, ເຖິງວ່າທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ແລະ ທ່ານ Michel Barnierຫົວໜ້າຄະນະເຈລະຈາຂອງອີຢູລ້ວນແຕ່ຢັ້ງຢືນວ່າ ໄດ້ຕິດເຊື້ອພະຍາດໂຄວິດ - 19.

  ຕາມຂ່າວຕ່າງປະເທດລາຍງານວ່າ ໂຄສົກຂອງທ່ານ ນາຍົກລັດຖະມົນຕີອັງກິດ ຈອນສັນ ໃຫ້ຮູ້ວ່າຝ່າຍອັງກິດບໍ່ມີຈຸດປະສົງຢາກປ່ຽນແປງຕາຕະລາງການເຈລະຈາແລະກອງປະຊຸມຂອງຄະນະກຳມະການເຈລະຈາລວມຂອງສອງຝ່າຍຍັງຄົງຈະດຳເນີນໃນວັນທີ 30 ມີນາຄືໄດ້ກຳນົດໄວ້. ໃນກອງປະຊຸມນີ້, ທ່ານMichael Goveລັດຖະມົນຕີ ຫົວໜ້າຫ້ອງວ່າການ ຄະນະລັດຖະບານອັງກິດຈະເປັນປະທານກອງປະຊຸມດ້ວຍເນື້ອໃນຕົ້ນຕໍແມ່ນຕີລາຄາລວມການຜັນຂະຫຍາຍ, ນຳໃຊ້ແລະອະທິບາຍຂໍ້ຕົກລົງຖອນຕົວອອກຈາກອັງກິດ(ເບຣັກຊິດ), ກໍ່ຄືຊອກຫາວິທີການແກ້ໄຂທຸກໆຂໍ້ຄົງຄ້າງທີ່ເກີດຈາກມາຂໍ້ຕົກລົງ ຝ່າຍອັງກິດພວມຄິດໄລ່ຊັ່ງຊາຮູບການຈັດກອງປະຊຸມທາງອອນລາຍ ຫຼືປະຊຸມຜ່ານການເຊື່ອມຕໍ່ທາງໂທລະສັບ.

 ເນື່ອງຈາກປະຈຸບັນທົ່ວໂລກຍັງປະເຊີນກັບການລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງໜັກ ເຮັດໃຫ້ການຈັດກອງປະຊຸມຕ່າງໆຈະເນັ້ນຈັດກອງປະຊຸມທາງອອນລາຍ.

--------

ໜັງສືພິມເສດຖະກິດ-ສັງຄົມ