ມອບ-ຮັບໜ້າທີ່ຫົວໜ້າຫ້ອງການ ຖວທ ເມືອງໄຊທານີ

  ພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໄຊທານີ ນະຄອນຫລວງວຽງຈັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2020 ທີ່ຫ້ອງການດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ບຸນວັນ ຈະສົ໋ວເກົ້າ ຮອງເຈົ້າເມືອງໆໄຊທານີ,ມີຫົວຫນ້າຄະນະຈັດຕັ້ງເມືອງ ແລະພະນັກງານຫລັກແຫ່ງເຂົ້າຮ່ວມ.

  ທ່ານ ບົວລີ ແກ້ວມະນີວັນ ຫົວໜ້າຫ້ອງການ ຖວທ ເມືອງຜູ້ເກົ່າໄດ້ສະຫຼຸບຕີລາຄາຄືນກ່ຽວ ກັບການຊີ້ນຳນຳພາວຽກງານໃນໄລຍະຜ່ານມາ,ບໍ່ວ່າຈະເປັນວຽກງານຖະແຫຼງຂ່າວ, ວຽກງານບໍລິຫານ, ຈັດຕັ້ງ , ວຽກງານວັດທະນະທຳ ແລະ ວຽກງານທ່ອງທ່ຽວ, ເຊິ່ງມີຫຼາຍໜ້າວຽກທີ່ຈັດຕັ້ງປະຕິບັດສຳເລັດ ແລະ ຫຼາຍວຽກທີ່ຍັງຄ້າງຄາຈະຕ້ອງໃຫ້ຫົວໜ້າຜູ້ໃໝ່ສືບຕໍ່ຈັດຕັ້ງປະຕິບັດ.

  ທ່ານ ຄຳເຫວີຍ ສິງຫາທຳ ຫົວໜ້າຄະນະຈັດຕັ້ງເມືອງໄຊທານີຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະແຕ່ງຕັ້ງຫົວໜ້າຫ້ອງການຜູ້ເກົ່າ ແລະ ຜູ້ໃໝ່,ຈາກນັ້ນໃນພິທີກໍ່ໄດ້ເຊັນບົດບັນ ທຶກມອບ-ຮັບໜ້າທີ່ລະຫວ່າງທ່ານ ບົວລີ ແກ້ວມະນີວັນ ຫົວໜ້າຫ້ອງການ ຖວທ ເມືອງຜູ້ເກົ່າກັບທ່ານ ຄູນມີ ລາດຊະພົນ ຫົວໜ້າຫ້ອງການ ຖວທ ເມືອງຜູ້ໃໝ່ ແຕ່ກ່ອນແມ່ນເປັນຫົວໜ້າຫ້ອງການ ຖວທ ເມືອງນາຊາຍທອງ, ສ່ວນວ່າທ່ານ ບົວລີ ແກ້ວມະນີວັນ ແມ່ນໄປປະຈໍາການຢູ່ພະແນກຖແຫລງຂ່າວວັດທະນະທໍາ ແລະທ່ອງທ່ຽວນະຄອນຫລວງວຽງຈັນ.

 ໂອກາດເຂົ້າຮ່ວມ ທ່ານ ຮອງເຈົ້າເມືອງ ໄດ້ເນັ້ນໃຫ້ຜູ້ທີ່ມາຮັບໜ້າທີ່ຕ້ອງໄດ້ສືບຕໍ່ຊີ້ນຳນຳພາແຕ່ລະວຽກງານທີ່ຄົງຄ້າງໃຫ້ສຳເລັດບໍ່ວ່າຈະເປັນຊຸກ ຍູ້ຄອບຄົວທີ່ຍັງບໍ່ທັນໄດ້ຮັບນາມມະຍົດເປັນຄອບຄົວວັດທະນະທຳ, ຊຸກຍູ້ແຫຼ່ງທ່ອງທ່ຽວເພື່ອດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາທ່ອງ ທ່ຽວຕາມສະ ຖານທີ່ຕ່າງໆໃຫ້ຫຼາຍຂຶ້ນ ແລະວຽກງານດ້ານອື່ນໆກໍ່ເຊັ່ນດຽວກັນ.


______________

ໜັງສືພິມເສດຖະກິດສັງຄົມ